ກອງປະຊຸມລະດັບລັດຖະມົນຕີຄັ້ງທີ 13 ຂອງ WTO ສິ້ນສຸດລົງ

2024-03-03 15:41:56 cri

ລະຫວ່າງວັນທີ 26 ກຸມພາຜ່ານມາຫາວັນທີ 2 ມີນານີ້, ກອງປະຊຸມລະດັບລັດຖະມົນຕີຄັ້ງທີ 13 ຂອງອົງການການຄ້າໂລກ ຫຼື WTO ໄດ້ຈັດຂຶ້ນຢູ່ນະຄອນຫຼວງອາບູດາປີປະເທດອາຣັບເອມີເຣດ. ຄະນະຜູ້ແທນຈີນໄດ້ເຂົ້າຮ່ວມການເຈລະຈາທັງໝົດ ໂດຍຕັ້ງໜ້າຊຸກຍູ້ການເປິກສາຫາລື, ການຮ່ວມມື ແລະ ຊຸກຍູ້ໃຫ້ໄດ້ຮັບຜົນສຳເລັດ. ຈີນໄດ້ປະກອບສ່ວນອັນສຳຄັນເຂົ້າໃນການຊຸກຍູ້ໃຫ້ກອງປະຊຸມປະສົບຜົນສຳເລັດ ແລະ ໄດ້ຮັບການຕີລາຄາເປັນຢ່າງສູງຈາກຝ່າຍຕ່າງໆທີ່ເຂົ້າຮ່ວມກອງປະຊຸມ, ອາຣັບເອມີເຣດທີ່ເປັນຝ່າຍເຈົ້າພາບ ແລະ ຜູ້ອຳນວຍການໃຫຍ່ຂອງ WTO.


ໂດຍຜ່ານການປຶກສາຫາລືຫຼາຍຄັ້ງ, ກອງປະຊຸມຄັ້ງນີ້ໄດ້ບັນລຸໝາກຜົນທີ່ເປັນຮູບປະທຳ “1+10”. ກອງປະຊຸມໄດ້ເຜີຍແຜ່ “ຖະແຫຼງການຮ່ວມລັດຖະມົນຕີອາບູດາປີ”, ສະມາຊິກຕ່າງໆໃຫ້ຄຳໝັ້ນສັນຍາວ່າຈະເພີ່ມທະວີລະບົບການຄ້າຫຼາຍຝ່າຍ ແລະ ສືບຕໍ່ຊຸກຍູ້ການປະຕິຮູບ WTO. ກອງປະຊຸມໄດ້ເພີ່ມຄວາມໝັ້ນໃຈຂອງປະຊາຄົມໂລກທີ່ມີຕໍ່ລະບົບການຄ້າຫຼາຍຝ່າຍ, ໄດ້ເພີ່ມພະລັງຂັບເຄື່ອນອັນແຂງແຮງເຂົ້າໃນການຊຸກຍູ້ການຄ້າແລະການລົງທຶນທົ່ວໂລກໃຫ້ມີຄວາມເສລີ ແລະ ມີຄວາມສະດວກກວ່າເກົ່າ.