ຣັດເຊຍບໍ່ເຄີຍປະຕິເສດການເຈລະຈາຣັດເຊຍ-ອູແກຣນ ແຕ່ແມ່ນອູແກຣນເອງບໍ່ຢາກເຂົ້າຮ່ວມການເຈລະຈາ

2024-03-03 15:50:39 cri

ວັນທີ 2 ມີນານີ້ຕາມເວລາທ້ອງຖິ່ນ, ທ່ານເຊີເກ ລາຟລົຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍໄດ້ເຂົ້າຮ່ວມກອງປະຊຸມຖະແຫຼງຂ່າວໃນໄລຍະເຂົ້າຮ່ວມເວທີເປິກສາຫາລືການຕ່າງປະເທດອັນຕານຢາຄັ້ງທີ 3 ຢູ່ຕຸຣາເຄຍ ໂດຍໄດ້ໃຫ້ຄວາມເຫັນກ່ຽວກັບສະຖານະການລະຫວ່າງຣັດເຊຍ-ອູແກຣນໃນປັດຈຸບັນ ແລະ ຄວາມເປັນໄປໄດ້ຂອງການເຈລະຈາລະຫວ່າງຣັດເຊຍ-ອູແກຣນ.

ທ່ານເຊີເກ ລາຟລົຟ ກ່າວວ່າ: ຜົນວິເຄາະທີ່ເປີດເຜີຍຢູ້ເອີຣົບໃນຫຼາຍເດືອນຜ່ານມາໄດ້ສະແດງໃຫ້ເຫັນວ່າ: ມີຄົນນັບມື້ນັບຫຼາຍຂຶ້ນໄດ້ຮັບຮູ້ແລ້ວວ່າ ການບັງຄັບໃຫ້ອູແກຣນສູ້ຮົບຕໍ່ໄປແມ່ນບໍ່ມີຄວາມໝາຍ ແລະ ກໍບໍ່ມີຄວາມຫວັງແມ່ນແຕ່ໜ້ອຍ, ແຕ່ເປົ້າໝາຍຂອງປະເທດຝ່າຍຕາເວັນຕົກແມ່ນແກ້ໄຂບັນຫາອູແກຣນໂດຍຜ່ານຊ່ອງທາງການທະຫານ. ເພື່ອຮັບມືກັບແຟງລັງ ແລະ ຊູແອດເຂົ້າເປັນປະເທດສະມາຊິກນາໂຕ, ຣັດເຊຍໄດ້ວາງແຜນຈະຈັດສັນອາວຸດຍຸດໂທປະກອນໃຫ້ຫຼາຍກວ່າເກົ່າຢູ່ເຂດທະຫານມົສກູ ແລະ ເລນິນກຣາດທີ່ສ້າງຕັ້ງຂຶ້ນໃນເມື່ອບໍ່ດົນມານີ້.

ກ່ອນໜ້ານີ້, ຕຸຣາເຄຍກ່າວວ່າ: ຍິນດີສະໜອງເວທີໃຫ້ແກ່ການເຈລະຈາສັນຕິພາບລະຫວ່າງຣັດເຊຍ-ອູແກຣນ. ທ່ານເຊີເກ ລາຟລົຟ ກ່າວວ່າ: ຣັດເຊຍບໍ່ເຄີຍປະຕິເສດການເຈລະຈາລະຫວ່າງຣັດເຊຍ-ອູແກຣນຈັກເທື່ອ ແຕ່ແມ່ນອູແກຣນເອງບໍ່ຢາກເຂົ້າຮ່ວມການເຈລະຈາ.