ທາງລົດໄຟຈີນ-ລາວຕອນພາຍໃນປະເທດລາວເປີດບໍລິການຂົນສົ່ງໄປສະນີດ່ວນເປັນຄັ້ງທຳອິດ

2024-03-03 13:01:41 cri

ແຫຼ່ງຂ່າວຈາກກຸ່ມບໍລິສັດທາງລົດໄຟລາວ-ຈີນໃຫ້ຮູ້ໃນວັນທີ 1 ມີນານີ້ວ່າ, ເພື່ອເປີດກວ້າງປະເພດທຸລະກິດຂົນສົ່ງ ແລະ ອຳນວຍຄວາມສະດວກໃຫ້ແກ່ປະຊາຊົນລຽບຕາມທາງລົດໄຟໃນການຂົນສົ່ງສິນຄ້າຢ່າງປອດໄພ, ສະດວກ ແລະ ວ່ອງໄວ, ບໍລິສັດທາງລົດໄຟລາວ-ຈີນ ທີ່ຮັບຜິດຊອບການບໍລິຫານງານທາງລົດໄຟຈີນ-ລາວຕອນພາຍໃນປະເທດລາວ ໄດ້ເປີດທຸລະກິດຂົນສົ່ງໄປສະນີດ່ວນເປັນຄັ້ງທຳອິດ.


ນັບແຕ່ໄດ້ເປີດບໍລິການທຸລະກິດດັ່ງກ່າວແຕ່ວັນທີ 20 ກຸມພາຜ່ານມາເປັນຕົ້ນມາ, ກ່ອນຂະບວນລົດໄຟ K12 ຈາກນະຄອນຫຼວງວຽງຈັນຫາດ່ານບໍ່ເຕ່ນໃນຕອນເຊົ້າທຸກວັນ ແລະ ຂະບວນລົດໄຟ K11 ຈາກບໍ່ເຕ່ນຫານະຄອນຫຼວງວຽງຈັນໃນຕອນບ່າຍທຸກວັນຈະອອກເດີນທາງ, ພະນັກງານລົດໄຟຈະຂົນຫີບໄປສະນີດ່ວນທີ່ບັນທຸກສິນຄ້າຂຶ້ນຕູ້ລົດໄຟ ແລະ ສົ່ງໄປເຖິງຈຸດໝາຍປາຍທາງຕາມກຳນົດ.


ນີ້ແມ່ນບໍລິສັດທາງລົດໄຟລາວ-ຈີນເປີດທຸລະກິດຂົນສົ່ງໄປສະນີດ່ວນຕາມທາງລົດໄຟຈີນ-ລາວເປັນຄັ້ງທຳອິດ ເພື່ອອຳນວຍຄວາມສະດວກໃຫ້ແກ່ລູກຄ້າໃນການຂົນສົ່ງສິນຄ້າຂະໜາດນ້ອຍ, ຈຳນວນໜ້ອຍ ແລະ ສິນຄ້າຍ່ອຍ ພ້ອມທັງຈະສາມາດສົ່ງໄປເຖິງຈຸດໝາຍປາຍທາງໃນມື້ດຽວກັນ ເຊິ່ງຈະຊຸກຍູ້ການພັດທະນາຂະແໜງການທຸລະກິດເອກເລັກໂຕຣນິກຂອງປະເທດລາວ ແລະ ອຳນວຍຄວາມສະດວກໃຫ້ແກ່ຊີວິດການເປັນຢູ່ຂອງປະຊາຊົນລາວ ແລະ ການພັດທະນາເສດຖະກິດພາກພື້ນ.