ຝຣັ່ງຈະບໍ່ສົ່ງທະຫານໄປອູແກຣນ

2024-03-03 13:03:30 cri

ສື່ມວນຊົນຣັດເຊຍລາຍງານວ່າ, ທ່ານສະເຕຟານ ເຊຈົວເນ ລັດຖະມົນຕີກະຊວງການຕ່າງປະເທດຝຣັ່ງໄດ້ໃຫ້ສຳພາດຕໍ່ສື່ມວນຊົນຝຣັ່ງໃນວັນທີ 1 ມີນານີ້ວ່າ: ຝຣັ່ງຈະບໍ່ສົ່ງກອງທັບໄປອູແກຣນ. ຝຣັ່ງຈະບໍ່ສ່ຽງເກີດການປະທະກັນໂດຍກົງກັບຣັດເຊຍ.


ຫວ່າງມໍ່ໆມານີ້, ທ່ານເອັມມານູເອວ ມະຄຣົງ ປະທານາທິບໍດີຝຣັ່ງກ່າວວ່າ: ໃນບັນຫາທີ່ຈະສົ່ງກອງທະຫານພາກພື້ນດິນໄປອູແກຣນຫຼືບໍ່ນັ້ນ, ປະເທດຕາເວັນຕົກຍັງບໍ່ທັນມີຄວາມຮັບຮູ້ທີ່ເປັນເອກະພາບກັນ, ແຕ່ບໍ່ສາມາດປະຕິເສດຄວາມອາດເປັນໄປໄດ້ແບບນີ້. ພາຍຫຼັງມາ, ຜູ້ນຳຫຼາຍປະເທດຕ່າງກໍກ່າວວ່າ ບໍ່ມີແຜນການທີ່ຈະສົ່ງທະຫານໄປອູແກຣນ. ຣັດເຊຍກໍກ່າວວ່າ ຖ້າກຸ່ມນາໂຕສົ່ງທະຫານໄປອູແກຣນກໍເທົ່າກັບການປະກາດສົງຄາມກັບຣັດເຊຍ.