ສື່ມວນຊົນວິເຄາະວ່າທ່ານນາງນິດກີ ຮາໄລ ຜູ້ສະໝັກຮັບເລືອກຕັ້ງປະທານາທິບໍດີອາເມຣິກາຈາກພັກຣີພັບບລີກັນໄດ້ຮັບໄຊຊະນະໃນການເລືອກຕັ້ງຮອບທຳອິດພາຍໃນພັກຢູ່ເຂດພິເສດວໍຊິງຕັນ

2024-03-04 14:27:45 cri

ວັນທີ 3 ມີນານີ້, ອີງຕາມການວິເຄາະຂອງສື່ມວນຊົນຕ່າງໆ ເຊັ່ນ: ບໍລິສັດກະຈາຍສຽງແຫ່ງຊາດອາເມຣິກາ ຫຼື ABC ໃຫ້ຮູ້ວ່າ, ທ່ານນາງນິດກີ ຮາໄລ ຜູ້ສະໝັກຮັບເລືອກຕັ້ງປະທານາທິບໍດີອາເມຣິກາຈາກພັກຣີພັບບລີກັນ, ອະດີດຜູ້ຕາງໜ້າຖາວອນຂອງອາເມຣິກາປະຈຳອົງການສະຫະປະຊາຊາດຈະໄດ້ຮັບໄຊຊະນະໃນການເລືອກຕັ້ງຮອບທຳອິດພາຍໃນພັກຢູ່ເຂດພິເສດໂກລຳເປຍວໍຊິງຕັນ ເຊິ່ງແມ່ນທ່ານນາງນິດກີ ຮາໄລໄດ້ຮັບໄຊຊະນະເປັນຄັ້ງທຳອິດ ໃນການແຂ່ງຂັນເລືອກຕົວແທນພັກເພື່ອເປັນຜູ້ສະໝັກຮັບເລືອກຕັ້ງປະທານາທິບໍດີອາເມຣິກາກັບທ່ານໂດໂນ ທຣຳ.