ໂລກອະຫິວາຢູ່ຊູດັງເຮັດໃຫ້ມີຜູ້ເສຍຊີວິດແລ້ວ 299 ຄົນ

2024-03-04 11:10:45 CRI


ວັນທີ 3 ມີນານີ້ຕາມເວລາທ້ອງຖິ່ນອົງການອະນາໄມໂລກໄດ້ເປີດເຜີຍບົດລາຍງານກ່ຽວກັບໂລກອະຫິວາຢູ່ຊີດັງ ໂດຍລະບຸວ່າ: ນັບແຕ່່ຊູດັງເກີດໂລກອະຫິວາລະບາດເປັນບໍລິເວນກວ້າງຂວາງເມື່ອເດືອນກັນຍາປີ 2023 ເປັນຕົ້ນມາ, ຢູ່ປະເທດດັ່ງກ່າວໄດ້ລາຍງານມີຜູ້ຕິດພະຍາດອະຫິວາຫຼາຍກວ່າ 10.800 ກໍລະນີແລ້ວ, ໃນນັ້ນມີຜູ້ເສຍຊີວິດ 299 ຄົນ.


ບົດລາຍງານແຈ້ງຕື່ມວ່າ: ອົງການອະນາໄມໂລກພວມຮ່ວມມືກັບກະຊວງສາທາລະນະສຸກຊູດັງຢ່າງໃກ້ຊິດ ໂດຍດຳເນີນການເຄື່ອນໄຫວສັກວັກຊິນຂະໜາດໃຫຍ່ຢູ່ຊູດັງ ທັງສະໜອງອຸປະກອນປ້ອງກັນຕົວໃຫ້ແກ່ພະນັກງານການແພດ ແລະ ໃຫ້ການຊີ້ນຳດ້ານເຕັກນິກ, ນອກນີ້ຍັງມີແຜນຈະອົບຮົມພະນັກງານການແພດຈຳນວນ 280 ຄົນຢູ່ 4 ລັດຂອງຊູດັງ.


ຂ່າວລາຍງານຕື່ມວ່າ: ວັນທີ 15 ເມສາ 2023, ກຳລັງປະກອບອາວຸດຂອງຊູດັງກັບກຳລັງຊ່ວຍໜູນເຄື່ອນທີ່ໄວໄດ້ເກີດການປະທະກັນດ້ວຍກຳລັງອາວຸດ, ຈາກນັ້ນໄດ້ລຸກລາມໄປຮອດເຂດແຄວ້ນອື່ນໆ ແລະ ສືບຕໍ່ໆກັນມາຈົນຮອດປັດຈຸບັນ. ອີງຕາມຕົວເລກສະຖິຕິຈາກອົງການອະນາໄມໂລກສະແດງໃຫ້ເຫັນວ່າ: ໂດຍໄດ້ຮັບຜົນກະທົບຈາກການປະທະກັນ, ປັດຈຸບັນ, ອົງການສາທາລະນະສຸກ 70%-80% ຂອງຊູດັງໄດ້ຍຸດຕິການເຄື່ອນໄຫວ, ເຮັດໃຫ້ປະຊາກອນທົ່ວປະເທດຊູດັງຫຼາຍກວ່າ 65% ບໍ່ສາມາດໄດ້ຮັບການບໍລິການດ້ານການແພດ.