ກຸ່ມຮາມາສ ແລະ ຝ່າຍໄກ່ເກ່ຍດຳເນີນການເຈລະຈາຢຸດຍິງຮອບໃໝ່ຢູ່ເອຢິບ ແຕ່ອິດສະຣາແອນບໍ່ໄດ້ເຂົ້າຮ່ວມ

2024-03-04 14:29:35 cri

ຕອນຄ່ຳວັນທີ 3 ມີນານີ້ຕາມເວລາທ້ອງຖິ່ນ, ສື່ມວນຊົນເອຢິບໄດ້ອ້າງຂໍ້ມູນຕາມຄຳເວົ້າຂອງບຸກຄົນພາຍໃນຂັ້ນສູງຜູ້ໜຶ່ງມາລາຍງານວ່າ, ຄະນະຜູ້ແທນກຸ່ມຮາມາສ ແລະ ຝ່າຍໄກ່ເກ່ຍທີ່ກ່ຽວຂ້ອງກັບສັນຍາຢຸດຍິງຢູ່ເຂດກາຊາໄດ້ສິ້ນສຸດການເຈລະຈາເປັນເວລາໜຶ່ງວັນ. ຄາດວ່າ, ຍັງຈະດຳເນີນການເປິກສາຫາລືກັນຕໍ່ໄປ, ການລາຍງານຂ່າວບໍ່ໄດ້ເວົ້າເຖິງເນື້ອໃນລະອຽດ ແລະ ຄວາມຄືບໜ້າຂອງການເປິກສາຫາລືກັນໃນມື້ນັ້ນ. ນອກນີ້, ອີງຕາມການລາຍງານຂ່າວຂອງສື່ມວນຊົນອິດສະຣາແອນໃນຕອນເຊົ້າມື້ດຽວກັນໃຫ້ຮູ້ວ່າ, ອິດສະຣາແອນປະຕິເສດສົ່ງຄະນະຜູ້ແທນເຂົ້າຮ່ວມການເຈລະຈາດັ່ງກ່າວ.


ສື່ມວນຊົນອິດສະຣາແອນໄດ້ອ້າງຂໍ້ມູນຕາມຄຳເວົ້າຂອງເຈົ້າໜ້າທີ່ລັດຖະບານອິດສະຣາແອນວ່າ, ຍ້ອນວ່າກຸ່ມຮາມາສປະຕິເສດສະໜອງ “ລາຍຊື່ທັງໝົດຂອງຕົວປະກັນຝ່າຍອິດສະຣາແອນທີ່ລອດຊີວິດຢູ່ໃນປັດຈຸບັນ” ຕາມຄວາມຮຽກຮ້ອງຂອງອິດສະຣາແອນ, ອິດສະຣາແອນຈິ່ງປະຕິເສດສົ່ງຄະນະຜູ້ແທນໄປເຂົ້ຮ່ວມການເຈລະຈາ. “ໜັງສືພິມອິດສະຣາແອນທາມສ” ລາຍງານວ່າ, ຕອນບ່າຍວັນທີ 3 ມີນານີ້, ສະມາຊິກກຸ່ມຮາມາສກ່າວວ່າ, ຖ້າອິດສະຣາແອນບໍ່ເຫັນດີສິ້ນສຸດການເຄື່ອນໄຫວທາງການທະຫານຢູ່ເຂດກາຊາ, ກຸ່ມຮາມາສຈະບໍ່ເຫັນດີບັນລຸສັນຍາຢຸດຍິງ.