ສະຫະພາບເອີຣົບປັບໄໝບໍລິສັດ Apple Inc ມູນຄ່າ 1,84 ຕື້ເອີໂຣ

2024-03-05 10:36:09 cri

ວັນທີ 4 ມີນານີ້, ທ່ານມາເກຣເທ ເວສຕາເກີ ຮອງປະທານຄະນະບໍລິຫານງານ ທັງເປັນເຈົ້າໜ້າທີ່ຮັບຜິດຊອບການແຂ່ງຂັນ ຄະນະກຳມາທິການສະຫະພາບເອີຣົບ ໄດ້ຖະແຫຼງຜ່ານສື່ສັງຄົມອອນລາຍວ່າ: ມື້ດຽວກັນ, ສະຫະພາບເອີຣົບໄດ້ປັບໃໝບໍລິສັດ Apple Inc ມູນຄ່າ 1,84 ຕື້ເອີໂຣ ຍ້ອນວ່າ ບໍລິສັດ Apple Inc ມີການກະທຳທີ່ຜູກຂາດໃນທຸລະກິດດົນຕີ Streaming media.


ທ່ານມາເກຣເທ ເວສຕາເກີກ່າວວ່າ, ໄລຍະ 10 ປີຜ່ານມາ, ບໍລິສັດ Apple Inc ໄດ້ນຳໃຊ້ທ່າແຮງເຂົ້າໃນການເຜີຍແຜ່ຊອບແວດົນຕີ Streaming media ໃນ Apple Store ຢ່າງຊະຊາຍ ເພື່ອສະກັດກັ້ນບໍ່ໃຫ້ເຈົ້າຂອງຊອບແວດົນຕີ Streaming media ແຈ້ງລູກຄ້າວ່າ, ມີການຈ່າຍຄ່າບໍລິການດົນຕີ “ທີ່ອ່າວຖືກກວ່າຢູ່ນອກລະບົບ Apple Store ໂດຍໄດ້ລະເມີດກົດໝາຍວ່າດ້ວຍການຕ້ານການຜູກຂາດຂອງສະຫະພາບເອີຣົບ.