ອາເມຣິກາຈະສືບຕໍ່ໃຫ້ການຊ່ວຍເຫຼືອທາງການທະຫານແກ່ອິດສະຣາແອນ

2024-03-05 10:47:47 cri

ວັນທີ 4 ມີນານີ້, ທ່ານແມັດທິວ ມິນເລີ ໂຄສົກກະຊວງການຕ່າງປະເທດອາເມຣິກາກ່າວໃນກອງປະຊຸມຖະແຫຼງຂ່າວໃນມື້ດຽວກັນວ່າ, ເຖິງວ່າລັດຖະບານອິດສະຣາແອນປະຕິເສດບໍ່ເປີດຈຸດຜ່ານແດນຫຼາຍກວ່າເກົ່າ ເພື່ອໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳເຂົ້າສູ່ເຂດກາຊາ, ແຕ່ອາເມຣິກາຍັງຈະສືບຕໍ່ໃຫ້ການຊ່ວຍເຫຼືອທາງການທະຫານແກ່ອິດສະຣາແອນ.