ການຊ້ອມຮົບຂະໜາດໃຫຍ່ຂອງນາໂຕໄດ້ຈັດຂຶ້ນຢູ່ຫຼາຍປະເທດ ຣັດເຊຍກ່າວວ່າຈະປະຕິບັດມາດຕະການທີ່ຈຳເປັນ

2024-03-06 10:30:37 cri

ວັນທີ 4 ມີນານີ້, ກອງທັບຫຼາຍປະເທດສະມາຊິກນາໂຕໄດ້ຈັດການຊ້ອມຮົບ “ເອີຣົບເໜືອຕອບຮັບ 2024” ເປັນເວລາ 2 ວັນ. ໃນຂະນະດຽວກັນ, ການຊ້ອມຮົບຮ່ວມຂອງນາໂຕ ທີ່ໃສ່ລະຫັດວ່າ “ມັງກອນ-2024” ໄດ້ສືບຕໍ່ດຳເນີນຢູ່ໂປໂລຍ. ສຳລັບນາໂຕໄດ້ຈັດການຊ້ອມຮົບຮ່ວມຢູ່ເລື້ອຍໆ, ເຈົ້າໜ້າທີ່ຣັດເຊຍກ່າວວ່າ, ການຊ້ອມຮົບຈະເພີ່ມຄວາມສ່ຽງເຮັດໃຫ້ເກີດເຫດການທາງການທະຫານ, ຣັດເຊຍຈະປະຕິບັດມາດຕະການທີ່ຈຳເປັນທຸກຢ່າງ ເພື່ອຮັບປະກັນຄວາມສາມາດໃນການປ້ອງກັນປະເທດຕົນ.