ສະມັດຊາໃຫຍ່ ສປຊ ຈັດກອງປະຊຸມກ່ຽວກັບອາເມຣິກາຢັບຢັ້ງຮ່າງມະຕິຢຸດຍິງຢູ່ເຂດກາຊາ

2024-03-06 14:31:05 cri

ວັນທີ 5 ມີນານີ້, ສະມັດຊາໃຫຍ່ອົງການສະຫະປະຊາຊາດ ຫຼື ສປຊ ໄດ້ສືບຕໍ່ຈັດກອງປະຊຸມກ່ຽວກັບອາເມຣິກາຢັບຢັ້ງຮ່າງມະຕິຮຽກຮ້ອງໃຫ້ບັນລຸການຢຸດຍິງຢູ່ເຂດກາຊາຂອງປາແລັດສະຕິນ.


ທ່ານເກິງສວງ ຮອງຜູ້ຕາງໜ້າຖາວອນຈີນປະຈຳອົງການ ສປຊ ກ່າວວ່າ, ນັບແຕ່ເກີດການປະທະກັນຢູ່ເຂດກາຊາເກືອບ 5 ເດືອນເປັນຕົ້ນມາ, ຂໍ້ຮຽກຮ້ອງໃຫ້ບັນລຸການຢຸດຍິງຂອງສະພາຄວາມໝັ້ນຄົງຖືກອາເມຣິກາຂັດຂວາງມາແລ້ວ 4 ຄັ້ງ, ຈີນສະແດງຄວາມເສຍດາຍຕໍ່ກັບເລື່ອງນີ້ເປັນຢ່າງຍິ່ງ.


ທ່ານເກິງສວງກ່າວຕື່ມວ່າ, ຜົນການລົງຄະແນນສຽງຂອງສະພາຄວາມໝັ້ນຄົງສະແດງໃຫ້ເຫັນຢ່າງຈະແຈ້ງວ່າ, ສະມາຊິກສ່ວນຫຼາຍທີ່ສຸດຂອງສະພາຄວາມໝັ້ນຄົງມີຄວາມເຫັນທີ່ເປັນເອກະພາບກັນ ໃນບັນຫາການຢຸດຍິງຢູ່ເຂດກາຊາ, ແຕ່ອາເມຣິກາຊ້ຳພັດນຳໃຊ້ສິດຢັບຢັ້ງຢ່າງຊະຊາຍແຕ່ພຽງຝ່າຍດຽວ ເຊິ່ງໄດ້ທຳລາຍຄວາມເຫັນທີ່ເປັນເອກະພາບກັນຂອງສະພາຄວາມໝັ້ນຄົງ ແລະ ເຮັດໃຫ້ປະຊາຄົມໂລກມີຄວາມບໍ່ພໍໃຈໂດຍທົ່ວໄປ. ການບັນລຸການຢຸດຍິງຢູ່ເຂດກາຊາໃນທັນທີ ແມ່ນເພື່ອກອບກູ້ປະຊາຊົນທຳມະດາສາມັນ ແລະ ເປັນເງື່ອນໄຂເບື້ອງຕົ້ນໃນການດຳເນີນການຊ່ວຍເຫຼືອດ້ານມະນຸດສະທຳ ພ້ອມທັງເປັນຂໍກະແຈສຳຄັນຫຼີກເວັ້ນບໍ່ໃຫ້ການປະທະກັນດຸເດືອດ ແລະ ຂະຫຍາຍວົງກວ້າງອອກຂຶ້ນຕື່ມອີກ.