ສານສູງສຸດຂອງອາເມຣິກາຕົກລົງຈະຮັບຟັງການອະພິປາຍກ່ຽວກັບຄະດີການເລືອກຕັ້ງທົ່ວໄປທີ່ກ່ຽວຂ້ອງກັບທ່ານໂດນັນ ທຣຳໃນວັນທີ 25 ເມສາໜ້ານີ້

2024-03-07 10:40:43 CRI


    ວັນທີ 6 ມີນານີ້, ສານສູງສຸດຂອງອາເມຣິກາປະກາດວ່າ, ຈະຮັບຟັງການອະພິປາຍກ່ຽວກັບຄະດີທີ່ ທ່ານໂດນັນ ທຣຳ ອະດີດປະທານາທິບໍດີອາເມຣິກາ “ຖືກສົງໄສໂຄ່ນລົ້ມຜົນການເລືອກຕັ້ງປະທານາທິບໍດີອາເມຣິກາປີ 2020”, ເພື່ອເປິກສາຫາລືວ່າ ທ່ານໂດນັນ ທຣຳສາມາດຫຼີກເວັ້ນຈາກການຖືກກ່າວຟ້ອງໂດຍຜ່ານສິດຍົກເວັ້ນຂອງປະທານາທິບໍດີໃນຄະດີນີ້ ໄດ້ຫຼືບໍ່.