ສະຫະພາບເອີຣົບປະກາດ “ຍຸດທະສາດອຸດສາຫະກຳປ້ອງກັນປະເທດເອີຣົບ” ສະບັບທຳອິດ

2024-03-07 10:37:32 CRI

ວັນທີ 5 ມີນານີ້, ຄະນະກຳມາທິການສະຫະພາບເອີຣົບໄດ້ປະກາດ “ຍຸດທະສາດອຸດສາຫະກຳປ້ອງກັນປະເທດເອີຣົບ” ສະບັບທຳອິດ ໂດຍກຳນົດວິໄສທັດໄລຍະຍາວໃນການເພີ່ມທະວີຄວາມສາມາດດ້ານອຸດສາຫະກຳປ້ອງກັນປະເທດຂອງສະຫະພາບເອີຣົບຢ່າງຈະແຈ້ງ, ເປົ້າໝາຍລວມມີ: ຈະຮັບປະກັນໃຫ້ມູນຄ່າການຄ້າດ້ານການປ້ອງກັນປະເທດພາຍໃນສະຫະພາບເອີຣົບ ກວມເອົາສ່ວນແບ່ງໃນຕະຫຼາດດ້ານການປ້ອງກັນປະເທດຂອງສະຫະພາບເອີຣົບ ຢ່າງໜ້ອຍ 35% ເມື່ອຮອດປີ 2030; ຊຸກຍູ້້ຂະບວນການຈັດຊື້ອາວຸດຍຸດ ໂທປະກອນໃນເອີຣົບໃຫ້ມີຄວາມຄືບໜ້າຢ່າງໝັ້ນທ່ຽງ, ເມື່ອຮອດປີ 2030, ມູນຄ່າຈັດຊື້ອາວຸດຍຸດໂທປະກອນພາຍໃນສະຫະພາບເອີຣົບ ຕ້ອງບັນລຸ 50% ຂອງງົບປະມານການຈັດຊື້ດັ່ງກ່າວເປັນຢ່າງໜ້ອຍ ແລະ ເມື່ອຮອດປີ 2035 ໃຫ້ເພີ່ມຂຶ້ນເປັນ 60%.


ທ່ານມາເກຣັດ ເວັສຕາເກີ ຮອງປະທານບໍລິຫານງານຄະນະກຳມາທິການສະຫະພາບເອີຣົບກ່າວວ່າ: ສະຖານະການດ້ານຄວາມໝັ້ນຄົງຂອງເອີຣົບໄດ້ມີການປ່ຽນແປງໂດຍພື້ນຖານ, ງົບປະມານດ້ານການປ້ອງກັນປະເທດຂອງປະເທດສະມາຊິກສະຫະພາບເອີຣົບທີ່ເພີ່ມຂຶ້ນຢ່າງຫຼວງຫຼາຍ “ຄວນລົງທຶນຮ່ວມກັນ ແລະ ລົງທຶນຢູ່ໃນເອີຣົບ” ທັງເຮັດໃຫ້ເອີຣົບ “ຈາກຮູບແບບການຮັບມືກັບວິກິດການ ຫັນປ່ຽນໄປສູ່ຮູບແບບກຽມການປ້ອງກັນທີ່ມີລັກສະນະເປັນໂຄງປະກອນ”.