ການສຳຫຼວດປະຊາມະຕິຂອງ CGTN ສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມທົ່ວໂລກຫຼາຍກວ່າ 80% ຍ້ອງຍໍຊົມເຊີຍນະໂຍບາຍການຕ່າງປະເທດຂອງຈີນ

2024-03-07 19:32:58 cri

ເມື່ອບໍ່ດົນມານີ້, ໂທລະພາບສາກົນຈີນ ຫຼື CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຮ່ວມມືກັບມະຫາວິທະຍາໄລເຢີນມິນຈີນ ຈັດການສຳຫຼວດປະຊາມະຕິຕໍ່ປະຊາຊົນທົ່ວໂລກ ເຊິ່ງຜົນການສຳຫຼວດສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມທົ່ວໂລກທີ່ມີຈຳນວນເຖິງ 83,5% ໄດ້ຍ້ອງຍໍຊົມເຊີຍນະໂຍບາຍການຕ່າງປະເທດສັນຕິພາບທີ່ເປັນເອກະລາດ ແລະ ເປັນເຈົ້າຕົນເອງຂອງຈີນ ພ້ອມທັງເຫັນວ່າ: ສິ່ງນີ້ຈະມີຜົນດີຕໍ່ການຊຸກຍູ້ການສ້າງລະບຽບສາກົນທີ່ຍຸຕິທຳ ແລະ ສົມເຫດສົມຜົນກວ່າເກົ່າ.
 
ໃນການສຳຫຼວດປະຊາມະຕິສະບັບດັ່ງກ່າວ, ຜູ້ຕອບແບບສອບຖາມທີ່ມີຈຳນວນເຖິງ 91,1% ໄດ້ຕີລາຄາສູງຕໍ່ຜົນງານອັນອຸດົມສົມບູນຂອງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ໃນຮອບ 10 ປີທີ່ຜ່ານມາ ແລະ ເຫັນວ່າ: ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ກາຍເປັນ “ເສັ້ນທາງແຫ່ງການພັດທະນາ” ແລະ “ເສັ້ນທາງແຫ່ງຄວາມສຸກ” ທີ່ສ້າງຄວາມຜາສຸກໃຫ້ກັບທົ່ວໂລກ; ຜູ້ຕອບແບບສອບຖາມມີຈຳນວນເຖິງ 82.5% ເຫັນວ່າ ແນວຄິດ “ປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ” ໄດ້ທຸ່ມເທພະລັງຂັບເຄື່ອນທີ່ຖາວອນເຂົ້າໃສ່ການສ້າງອະນາຄົດທີ່ດີງາມຂອງມວນມະນຸດ, ໄດ້ຊີ້ທິດທາງກ້າວເດີນທີ່ຖືກຕ້ອງໃຫ້ແກ່ມວນມະນຸດ;

ຜູ້ຕອບແບບສອບຖາມທີ່ມີຈຳນວນເຖິງ 84,5% ໄດ້ເຫັນດີນຳແນວຄິດແກນກາງຂອງຂໍ້ລິເລີ່ມການພັດທະນາທົ່ວໂລກ ແລະ ເຫັນວ່າ: ການພັດທະນາເປັນຊ່ອງທາງແກ້ໄຂບັນຫາທົ່ວໂລກ ແລະ ບັນລຸຄວາມສຸກຂອງມວນມະນຸດ; ຜູ້ຕອບແບບສອບຖາມທີ່ມີຈຳນວນເຖິງ 85,6% ເຫັນວ່າ: ຄວາມໝັ້ນຄົງເປັນເງື່ອນໄຂເບື້ອງຕົ້ນຂອງການພັດທະນາ, ບັນດາປະເທດຄວນຮ່ວມມືກັນ ເພື່ອສ້າງໂຄງປະກອບດ້ານຄວາມໝັ້ນຄົງທີ່ດຸນດ່ຽງ, ມີປະສິດທິຜົນ ແລະ ແບບຍືນຍົງ.