ທ່ານນາງນິກກີ ຮາໄລ ປະກາດຖອນຕົວອອກຈາກການສະໝັກຮັບເລືອກຕັ້ງປະທານາທິບໍດີອາເມຣິກາ

2024-03-07 10:41:35 cri

ວັນທີ 6 ມີນານີ້, ທ່ານນາງນິກກີ ຮາໄລ ຜູ້ສະໝັກຮັບເລືອກຕັ້ງປະທານາທິບໍດີອາເມຣິກາຈາກພັກຣີພັບບລີກັນ, ອະດີດຜູ້ຕາງໜ້າຖາວອນຂອງອາເມຣິກາປະຈຳອົງການ ສປຊ ໄດ້ປະກາດຖອນຕົວອອກຈາກການສະໝັກຮັບເລືອກຕັ້ງປະທານາທິບໍດີອາເມຣິກາ. ມາຮອດເວລານີ້, ຄູ່ແຂ່ງຄົນສຳຄັນໃນພັກຣີພັບບລີກັນຂອງທ່ານໂດໂນ ທຣຳ ອະດີດປະທານາທິບໍດີອາເມຣິກາ ລ້ວນແຕ່ໄດ້ປະກາດຖອນຕົວອອກຈາກການສະໝັກຮັບເລືອກຕັ້ງປະທານາທິບໍດີອາເມຣິກາແລ້ວ. ສື່ມວນຊົນວິເຄາະວ່າ: ທ່ານໂຈ ໄບເດັນ ແລະ ທ່ານໂດໂນ ທຣຳມີຄວາມອາດເປັນໄປໄດ້ທີ່ຈະຖືກຮັບຮອງເປັນຜູ້ສະໝັກຮັບເລືອກຕັ້ງປະທານາທິບໍດີອາເມຣິກາຂອງພັກເດໂມແຄຣັດ ແລະ ພັກຣີພັບບລີກັນໃນຫຼາຍອາທິດຕໍ່ໜ້ານີ້.