ອົງການອາຫານໂລກ ສປຊ ຮຽກຮ້ອງໃຫ້ອິດສະຣາແອນເປີດຈຸດຜ່ານແດນທາງບົກຢູ່ເຂດກາຊາ

2024-03-07 10:45:06 CRI


ການປິດລ້ອມຢ່າງຕໍ່ເນື່ອງຂອງອິດສະຣາແອນຕໍ່ເຂດກາຊາຂອງປາແລັດສະຕິນ, ເຮັດໃຫ້ປະຊາຊົນຈຳນວນຫຼວງຫຼາຍຢູ່ເຂດກາຊາປະສົບຄວາມອຶດຫິວ. ວັນທີ 6 ມີນານີ້, ພາກສ່ວນສາທາລະນະສຸກເຂດກາຊາປາແລັດສະຕິນໄດ້ອອກຖະແຫຼງການວ່າ, ພາກເໜືອເຂດກາຊາຂາດແຄນເຄື່ອງຊ່ວຍເຫຼືອ, ໃນຫຼາຍມື້ຜ່ານມາ, ມີຜູ້ເສຍຊີວິດ ຢ່າງໜ້ອຍ 20 ຄົນຍ້ອນສູນເສຍນ້ຳ ແລະ ຂາດໂພສະນາການ. ວັນທີ 6 ມີນານີ້, ອົງການອາຫານໂລກຫຼື WFP ຂອງອົງການສະຫະປະຊາຊາດ ຮຽກຮ້ອງໃຫ້ອິດສະຣາແອນເປີດຈຸດຜ່ານແດນທາງບົກຢູ່ເຂດກາຊາ, ເຮັດໃຫ້ເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳສາມາດເຂົ້າສູ່ເຂດກາຊາໄດ້ຢ່າງສະດວກ, ເພື່ອຜ່ອນຄາຍວິກິດການມະນຸດສະທຳທີ່ໜັກໜ່ວງ.

 

ວັນທີ 6 ມີນານີ້, ຫົວໜ້າວຽກງານສຸກເສີນຂອງ WFP ອົງການສປຊກ່າວວ່າ, WFP ສາມາດສະໜອງອາຫານພຽງພໍໃຫ້ແກ່ປະຊາຊົນທັງໝົດຢູ່ເຂດກາຊາ, ແຕ່ລົດຂົນສົ່ງອາຫານຖືກກອງທັບອິດສະຣາແອນກັກໄວ້, ແລະບໍ່ສາມາດເຂົ້າສູ່ເຂດກາຊາໄດ້.