ຊູແອັດເຂົ້າເປັນສະມາຊິກກຸ່ມນາໂຕຢ່າງເປັນທາງການ

2024-03-08 10:56:33 CRI


ວັນທີ 7 ມີນານີ້, ທ່ານອຸຟ ຄຣິສເຕີຊັນ ນາຍົກລັດຖະມົນຕີຊູແອັດໄດ້ຍື່ນເອກະສານທີ່ຊູແອັດເຂົ້າຮ່ວມກຸ່ມນາໂຕໃຫ້ແກ່ ທ່ານອັນໂຕນີ ບລິນເຄນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາທີ່ເປັນປະເທດຮັກສາເອກະສານນາໂຕ, ເຊິ່ງເປັນຂີດໝາຍວ່າ ຊູແອັດໄດ້ເຂົ້າເປັນປະເທດສະມາຊິກນາໂຕຢ່າງເປັນທາງການ, ໂດຍເປັນປະເທດສະມາຊິກທີ 32 ຂອງນາໂຕ.


ຕອນເຊົ້າມື້ດຽວກັນ, ລັດຖະບານຊູແອັດໄດ້ຈັດກອງປະຊຸມຖະແຫຼງຂ່າວ, ໂດຍກ່າວວ່າ ເຫັນດີໃຫ້ຊູແອັດເຂົ້າເປັນປະເທດສະມາຊິກນາໂຕ.


ຣັດເຊຍເຄີຍກ່າວຫຼາຍເທື່ອວ່າ, ການຂະຫຍາຍອຳນາດຂອງນາໂຕເປັນການທຳລາຍຄວາມໝັ້ນຄົງ ແລະ ຜົນປະໂຫຍດຂອງຣັດເຊຍ, ຣັດເຊຍຈະໃຊ້ມາດຕະການຕອບໂຕ້, ເພື່ອຮັບປະກັນຄວາມໝັ້ນຄົງຂອງຕົນໃນດ້ານຍຸດທະວິທີ ແລະ ຍຸດທະສາດ.