ເຮືອບິນໂບອິງລຳໜຶ່ງຂອງບໍລິສັດການບິນ United Airlines ຂອງອາເມຣິກາເສຍຢາງຕີນເຮືອບິນຢູ່ທາງອາກາດ ຈິ່ງຈຳເປັນຕ້ອງລົງຈອດສຸກເສີນ

2024-03-08 10:29:07 cri

ວັນທີ 7 ມີນານີ້, ເຮືອບິນໂບອິງລຳໜຶ່ງຂອງບໍລິສັດການບິນ United Airlines ຂອງອາເມຣິກາເສຍຢາງຕີນເຮືອບິນໃນເວລາບິນຈາກນະຄອນຊັນຟຣັນຊີສະໂກຫານະຄອນໂອຊາກາປະເທດຍີ່ປຸ່ນ, ພາຍຫຼັງຂຶ້ນບິນ 25 ນາທີແລ້ວກໍຈຳເປັນຕ້ອງລົງຈອດຢູ່ລໍສແອງເຈີລີສ, ສົ່ງຜົນເຮັດໃຫ້ທາງແລ່ນສາຍໜຶ່ງຂອງສະໜາມບິນສາກົນຊັນຟຣັນຊີສະໂກຖືກປິດເປັນການຊົ່ວຄາວ ແລະ ເປີດຄືນໃໝ່ຕາມຫຼັງ.


ເຈົ້າໜ້າທີ່ສະໜາມບິນສາກົນຊັນຟຣັນຊີສະໂກກ່າວວ່າ: ເຮືອບິນລຳນີ້ເປັນເຮືອບິນໂບອິງ 777-200. ປັດຈຸບັນ, ເຫດການດັ່ງກ່າວຍັງບໍ່ທັນໄດ້ລາຍງານວ່າມີຜູ້ເສຍຊີວິດ ຫຼື ໄດ້ຮັບບາດເຈັບ.