ນາຍົກອິດສະຣາແອນກ່າວວ່າ ຈະສືບຕໍ່ໂຈມຕີກກຸ່ມຮາມາສ

2024-03-08 11:31:39 CRI

ການປະທະກັນຮອບນີ້ລະຫວ່າງປາແລັດສະຕິນ-ອິດສະຣາແອນໄດ້ເກີດຂຶ້ນໃນວັນທີ 7 ຕຸລາປີຜ່ານມາ, ຮອດປັດຈຸບັນໄດ້ຜ່ານໄປ 5 ເດືອນເຕັມໆແລ້ວ ແລະ ປັດຈຸບັນກໍຍັງບໍ່ມີວີແວວໃດໆທີ່ວ່າ ການປະທະກັນຮອບນີ້ຈະຜ່ອນຄາຍລົງ. ວັນທີ 7 ມີນານີ້, ກອງທັບປ້ອງກັນຊາດອິດສະຣາແອນ ໄດ້ອອກຖະແຫຼງການວ່າ: ໃນວັນດຽວກັນນີ້, ກອງຕີພິເສດຂອງຕົນໄດ້ຫຼອນໂຈມຕີພື້ນຖານໂຄງລ່າງແຫ່ງໜຶ່ງ ຂອງກຸ່ມຮາມາສ ທີ່ຕັ້ງຢູ່ຄັນຢູນິສ ທາງພາກໃຕ້ເຂດກາຊາຂອງປາແລັດສະຕິນ ແລະ ໄດ້ຮົບກັບພວກປະກອບອາວຸດຂອງກຸ່ມຮາມາສໃນໄລຍະໃກ້ ທັງຢຶດໄດ້ອາວຸດຫຼາຍສິບກະບອກ.


ວັນທີ 7 ມີນານີ້, ພາກສ່ວນສາທາລະນະສຸກເຂດກາຊາຂອງປາແລັດສະຕິນໄດ້ອອກຖະແຫຼງການວ່າ: ນັບແຕ່ວັນທີ 7 ຕຸລາປີ 2023 ຜ່ານມາ, ການເຄື່ອນໄຫວທາງດ້ານການທະຫານຢູ່ເຂດກາຊາຂອງກອງທັບອິດສະຣາແອນ ໄດ້ເຮັດໃຫ້ຊາວປາແລັດສະຕິນ 30.800 ຄົນເສຍຊີວິດ, 72.298 ຄົນໄດ້ຮັບບາດ ເຈັບ.


ທ່ານເບນຈາມິນ ເນຕັນຢາຮູ ນາຍົກລັດຖະມົນຕີອິດສະຣາແອນໄດ້ກ່າວໃນວັນທີ 7 ມີນານີ້ວ່າ: ເຖິງວ່າຄວາມກົດດັນຈາກປະຊາຄົມໂລກທີ່ທວງໃຫ້ຕົນຢຸດຕິການຮົບນັ້ນນັບມື້ນັບໜັກໜ່ວງກໍຕາມ ແຕ່ກອງທັບອິດສະຣາແອນຈະສືບຕໍ່ກໍ່ການໂຈມຕີກຸ່ມຮາມາສຢູ່ທົ່ວເຂດກາຊາ ລວມທັງບຸກໂຈມຕີພາກໃຕ້ຂອງເຂດກາຊາ. ທ່ານຍັງກ່າວເນັ້ນຕື່ມອີກວ່າ: “ໃຜຜູ້ໃດມາເວົ້າກັບອິດສະຣາແອນວ່າ ຢ່າໃຊ້ການເຄື່ອນໄຫວດ້ານການທະຫານຢູ່ເມືອງຣາຟາ, ໃຜຜູ້ນັ້ນກໍແມ່ນມາເວົ້າໃຫ້ອິດສະຣາແອນຍອມຮັບປະລາໄຊນັ້ນເອງ”.