ການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນຮອບນີ້ເຮັດໃຫ້ເຂດກາຊາມີຜູ້ເສຍຊີວິດ 30.878 ຄົນ

2024-03-09 15:18:32 cri


ວັນທີ 8 ມີນານີ້, ພາກສ່ວນສາທາລະນະສຸກເຂດກາຊາໄດ້ອອກຖະແຫຼງການວ່າ: ນັບແຕ່ເກີດການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນຮອບໃໝ່ເມື່ອວັນທີ 7 ຕຸລາ 2023 ເປັນຕົ້ນມາ, ການເຄື່ອນໄຫວທາງການທະຫານຂອງອິດສະຣາແອນ ຢູ່ເຂດກາຊາໄດ້ເຮັດໃຫ້ຊາວປາແລັດສະຕິນເສຍຊີວິດ 30.878 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບ 72.402 ຄົນ.

ໃນເວລາ 24 ຊົ່ວໂມງຜ່ານມານີ້, ກອງທັບອິດສະຣາແອນໄດ້ປະຕິບັດການທາງການທະຫານ 8 ເທື່ອຢູ່ເຂດກາຊາ, ເຮັດໃຫ້ມີຜູ້ເສຍຊີວິດ 78 ຄົນ ແລະ ບາດເຈັບ 104 ຄົນ.