ສະມາຊິກສະພາອາເມຣິກາວາງຮ່າງກົດໝາຍທີ່ໄຮ້ເຫດຜົນອີກຄັ້ງເພື່ອເກືອດຫ້າມ TikTok

2024-03-09 14:47:50 cri



   ວັນທີ 7 ມີນານີ້, ຄະນະກຳມະການພະລັງງານ ແລະ ການຄ້າຂອງສະພາຕ່ຳອາເມຣິກາ ໄດ້ລົງຄະແນນສຽງຮັບຮອງເອົາຮ່າງກົດໝາຍສະບັບໜຶ່ງທີ່ແນໃສ່TikTok ເຊິ່ງມີເນື້ອໃນກ່ຽວກັບຮຽກຮ້ອງໃຫ້ບໍລິສັດ ByteDance ຈີນຈຳກັດ ປະຖິ້ມສິດຄວບຄຸມ TikTok ເຊິ່ງເປັນ APP ວິດີໂອສັ້ນທີ່ຢູ່ໃນສັງກັດຂອງບໍລິສັດຕົນ, ຖ້າບໍ່ດັ່ງນັ້ນ, TikTok ຈະຖືກເກືອດຫ້າມຢູ່ອາເມຣິກາ. ຮ່າງກົດໝາຍທີ່ໄຮ້ເຫດຜົນສະບັບນີ້ ຈະຖືກນຳໄປລົງຄະແນນສຽງເພື່ອຮັບຮອງໂດຍໄວຢູ່ສະພາຕ່ຳອາເມຣິກາໃນອາທິດໜ້າ.



   ກ່ອນໜ້ານີ້, TikTok ເຄີຍຢືນຢັນຫຼາຍເທື່ອແລ້ວວ່າ TikTok ບໍ່ໄດ້ ແລະ ຈະບໍ່ເປີດເຜີຍຂໍ້ມູນຜູ້ຊົມໃຊ້ຂອງອາເມຣິກາ. ພາຍຫຼັງຮ່າງກົດໝາຍດັ່ງກ່າວຖືກຜ່ານຮັບຮອງຈາກຄະນະກຳມະການພະລັງງານ ແລະ ການຄ້າຂອງສະພາຕ່ຳອາເມຣິກາແລ້ວ, ບໍລິສັດ TikTok ໄດ້ອອກຖະແຫຼງການວ່າ: ຮ່າງກົດໝາຍສະບັບນີ້ໄດ້ຖືກກຳນົດໄວ້ລ່ວງໜ້າ ຄື ເກືອດຫ້າມ TikTok ຢູ່ອາເມຣິກາຢ່າງຮອບດ້ານ. ລັດຖະບານອາເມຣິກາເຈດຕະນາຢາກຕັດສິດເສລີ ດ້ານການປາກເວົ້າຕາມລັດຖະທຳມະນູນຂອງຊາວອາເມຣິກາຈຳນວນ 170 ລ້ານຄົນ. ການກະທຳແບບນີ້ຈະເຮັດໃຫ້ວິສາຫະກິດຫຼາຍລ້ານແຫ່ງໄດ້ຮັບຜົນເສຍຫາຍ, ເຮັດໃຫ້ນັກສິລະປິນສູນເສຍຜູ້ຊົມຂອງຕົນ ພ້ອມທັງຈະທຳລາຍໂອກາດຫາກິນລ້ຽງຊີບ ຂອງຜູ້ປະດິດຄິດແຕ່ງຈຳນວນຫຼວງຫຼາຍຈົນນັບບໍ່ຖ້ວນຢູ່ໃນທົ່ວປະເທດອາເມຣິກາ.