ຈີນຍັງຄົງເປັນປະເທດທີ່ຮ້ອງຂໍສິດທິບັດສາກົນຫຼາຍເປັນອັນດັບໜຶ່ງຂອງໂລກ

2024-03-09 15:10:20 cri


    ວັນທີ 7 ມີນານີ້, ອົງການຊັບສິນທາງປັນຍາໂລກ ໄດ້ເປີດເຜີຍຕົວເລກສະຖິຕິຮ້ອງຂໍຊັບສິນທາງປັນຍາໃນທົ່ວໂລກ. ຍ້ອນໄດ້ຮັບຜົນກະທົບຈາກອັດຕາດອກເບັ້ຍເພີ່ມຂຶ້ນ ແລະ ລັກສະນະບໍ່ແນ່ນອນດ້ານເສດຖະກິດ, ປະລິມານການຮ້ອງຂໍສິດທິບັດສາກົນໂດຍຜ່ານລະບົບ “ສົນທິສັນຍາວ່າດ້ວຍການຮ່ວມມືດ້ານສິດທິບັດ” ຂອງອົງການດັ່ງກ່າວໃນປີ 2023 ເປັນ 272.600 ສະບັບ, ຫຼຸດລົງ 1,8% ເມື່ອທຽບໃສ່ປີ 2022, ນີ້ແມ່ນປະລິມານຮ້ອງຂໍສິດທິບັດຫຼຸດລົງຄັ້ງທຳອິດໃນຮອບ 14 ປີຜ່ານມາ; ຈີນຍັງຄົງເປັນປະເທດທີ່ຮ້ອງຂໍສິດທິບັດສາກົນຫຼາຍເປັນອັນດັບໜຶ່ງຂອງໂລກ, ອັນດັບທີສອງແມ່ນອາເມຣິກາ, ຖັດມາແມ່ນຍີ່ປຸ່ນ, ສ ເກົາຫຼີ ແລະ ເຢຍລະມັນ. ປະລິມານການຮ້ອງຂໍສິດທິບັດຂອງບໍລິສັດຫົວເຫວີຍຈີນເປັນອັນດັບທີໜຶ່ງຂອງໂລກ,  ທີສອງແມ່ນບໍລິສັດ Sumsung ຂອງ ສ ເກົາຫຼີ, ທີສາມແມ່ນບໍລິສັດ qualcomm ຂອງອາເມຣິກາ.