ພິທີໄຂງານກິລາໂອລິມປິກປາຣີຈະຈັດຂຶ້ນໃນວັນທີ 26 ກໍລະກົດ 2024

2024-03-09 15:08:09 cri

ວັນທີ 8 ມີນານີ້, ຄະນະກຳມະການຈັດງານກິລາໂອລິມປິກປາຣີ ປະກາດຢ່າງເປັນທາງການວ່າ, ພິທີໄຂງານກິລາໂອລິມປິກປາຣີ ທີ່ໄດ້ຮັບຄວາມສົນໃຈຈາກຊາວໂລກຈະເລີ່ມຈັດຂຶ້ນໃນເວລາ 19 ໂມງ 30 ນາທີຂອງວັນທີ 26 ກໍລະກົດ2024 ນີ້ ຕາມເວລາທ້ອງຖິ່ນ.

ງານກິລາໂອລິມປິກປາຣີຈະຈັດຂຶ້ນຢູ່ນະຄອນຫຼວງປາຣີ ປະເທດຝຣັ່ງລະຫວ່າງວັນທີ 26 ກໍລະກົດຫາວັນທີ 11 ສິງຫາ, ງານກິລາໂອລິມປິກຄົນພິການປາຣີ ຈະຈັດຂຶ້ນລະຫວ່າງວັນທີ 28 ສິງຫາຫາວັນທີ 8 ກັນຍາ.