ຊາວກະສິກອນຂອງຫຼາຍປະເທດເອີຣົບປະທ້ວງນະໂຍບາຍຜະລິດຕະພັນກະສິກຳຂອງສະຫະພາບເອີຣົບ

2024-03-09 16:44:10 cri


ເພື່ອປະທ້ວງຕໍ່ນະໂຍບາຍຜະລິດຕະພັນກະສິກຳ ຂອງສະຫະພາບເອີລົບ ແລະການນຳເຂົ້າຜະລິດຕະພັນກະສິກຳລາຄາຖືກຈາກຕ່າງປະເທດ, ຊາວກະສິກອນຂອງຫຼາຍປະເທດຢູ່ເອີຣົບໄດ້ຈັດການປະທ້ວງໃນວັນທີ 7 ມີນານີ້.

ວັນທີ7ມີນານີ້, ຊາວກະສິກອນ ສ ເຊັກ ຫຼາຍພັນຄົນໄດ້ຈັດການໂຮມຊຸມນຸມ ຢູ່ນະຄອນຫຼວງປຣາກ ເພື່ອປະທ້ວງນະໂຍບາຍກະສິກຳຂອງລັດຖະບານເຊັກ ແລະ ສະຫະພາບເອີລົບ, ພ້ອມທັງຮຽກຮ້ອງໃຫ້ເກັບພາສີຕໍ່ຜະລິດຕະພັນກະສິກຳທີ່ນຳເຂົ້າຈາກອູແກຣນຄືນໃໝ່. ມື້ດຽວກັນ, ຊາວກະສິກອນຢູ່ເຂດພາກເໜືອຂອງແອັສປາຍ ແລະ ພາກຕາເວັນຕົກສຽງໃຕ້ຂອງຝຣັ່ງ ກໍໄດ້ຈັດການປະທ້ວງເຊັ່ນດຽວກັນ.

ໃນຫວ່າງມໍ່ໆມານີ້ ຢູ່ຫຼາຍປະເທດຂອງເອີຣົບ ໄດ້ມີຊາວກະສິກອນຈັດການປະທ້ວງ ເພື່ອຕໍ່ຕ້ານນະໂຍບາຍກະສິກຳຮ່ວມຂອງສະຫະພາບເອີລົບທີ່ປັບປຸງໃໝ່ ແລະ ຕົ້ນທຶນກະສິກຳເພີ່ມຂຶ້ນ ກໍຄືການນຳເຂົ້າທັນຍາຫານລາຄາຖືກຈາກອູແກຣນ. ຊາວກະສິກອນທັງຫຼາຍເຫັນວ່າ: ປັດໄຈເຫຼົ່ານີ້ໄດ້ບັ່ນທອນກຳລັງແຂ່ງຂັນດ້ານຜະລິດຕະພັນກະສິກຳຂອງສະຫະພາບເອີລົບ.