ເລຂາທິການໃຫຍ່ອົງການສະຫະປະຊາຊາດເລີ່ມດຳເນີນແຜນການທົ່ວໂລກກ່ຽວກັບການຍົກສູງສິດແລະຜົນປະໂຫຍດຂອງແມ່ຍິງແລະເດັກຍິງ

2024-03-10 14:44:05 CRI

 

ວັນທີ 8 ມີນານີ້, ທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ເລີ່ມດຳເນີນແຜນການທົ່ວໂລກສະບັບໜຶ່ງເຊິ່ງມີຈຸດປະສົງເພື່ອຍົກສູງສິດແລະຜົນປະໂຫຍດຂອງແມ່ຍິງແລະເດັກຍິງ. ແຜນການນີ້ສະບັບດັ່ງກ່າວສຸມກຳລັງເຂົ້າໃນການວາງຄວາມຕ້ອງການແລະຜົນປະໂຫຍດຂອງແມ່ຍິງແລະເດັກຍິງໄວ້ຢູ່ໃນຖານະບູລິມະສິດແກນກາງຂອງວຽກງານອົງການສະຫະປະຊາຊາດ, ແລະຜ່ານຈາກມາດຕະການຕ່າງໆເຊັ່ນ: ການວາງນະໂຍບາຍທີ່ໃຫ້ການສະໜັບສະໜູນ, ການເພີ່ມອັດຕາສ່ວນຂອງແມ່ຍິງໃນຄະນະການນຳແລະມາດຕະຖານອື່ນໆ, ຊຸກຍູ້ໃຫ້ມີຄວາມສະເໝີພາບກັນທາງເພດແລະການມອບສິດໃຫ້ແກ່ຜູ້ຍິງ.

 

ທ່ານອັນໂຕນີໂອ ກູເຕີເຣັສໄດ້ປະກາດເນື້ອໃນລະອຽດຂອງແຜນການດັ່ງກ່າວໃນກິດຈະກຳລະລຶກວັນແມ່ຍິງສາກົນທີ່ຈັດຂຶ້ນຢູ່ສຳນັກງານໃຫຍ່ອົງການສະຫະປະຊາຊາດນະຄອນນິວຢອກ. ທ່ານກ່າວວ່າ: ແຜນການໃໝ່ຕົ້ນຕໍແມ່ນແນໃສ່ປາກົດການທີ່ຄັດຄ້ານຢ່າງຮຸນແຮງຕໍ່ສິດແລະຜົນປະໂຫຍດຂອງແມ່ຍິງໃນປະເທດຈຳນວນໜຶ່ງ.