ນາຍົກແອັດປາຍ: ປະເທດຕົນຈະຮັບຮອງປະເທດປາແລັດສະຕິນຢ່າງເປັນທາງການ

2024-03-11 11:42:12 cri

  ອີງຕາມແຫຼ່ງຂ່າວຈາກເວັບໄຊໜັງສືພິມ EI Pais ແອັດປາຍໃຫ້ຮູ້ໃນວັນທີ9ມີນານີ້ວ່າ: ໃນກອງປະຊຸມຄັ້ງໜຶ່ງທີ່ຈັດຂຶ້ນໃນມື້ດຽວກັນຢູ່ນະຄອນບິນບາວປະເທດແອັດປາຍ, ທ່ານເປໂດຣ ຊານເຊັສ  ນາຍົກລັດຖະມົນຕີແອັດປາຍທີ່ສັງກັດພັກແຮງງານສັງຄົມແອັດປາຍໄດ້ປະກາດວ່າ: ແອັດປາຍຈະຮັບຮອງປະເທດປາແລັດສະຕິນຢ່າງເປັນທາງການພາຍໃນອາຍຸການຂອງລັດຖະສະ ພາຊຸດປັດຈຸບັນ.

  ຕາມຂ່າວລາຍງານໃຫ້ຮູ້ວ່າ: ທ່ານຊານເຊັສແມ່ນສະໜັບສະໜູນມາດຕະການດັ່ງກ່າວໂດຍພິຈາລະນາເຖິງຄຸນສົມບັດສິນທຳ, ເພາະວ່າ ທ່ານເຫັນວ່າ ນີ້ເປັນພາລະກິດຄວາມເປັນທຳຢ່າງໜຶ່ງ, ເນື່ອງຈາກວ່າ ນີິ້ຄືວິທີທາງພຽງໜຶ່ງດຽວທີ່ການປະທະກັນລະຫວ່າງປາແລັດສະຕິນ-ອິດສະຣາແອນຈະກ້າວຂຶ້ນສູ່ເສັ້ນທາງແຫ່ງ “ສັນຕິພາບແລະຄວາມໝັ້ນຄົງ”.ນອກນີ້, ທ່ານຍັງຮຽກຮ້ອງອີກຄັ້ງໜຶ່ງໃຫ້ “ຍຸດຕິການໃຊ້ຄວາມຮຸນແຮງ” ພ້ອມທັງເຮັດໃຫ້ການຊ່ວຍເຫຼືອມະນຸດສະທຳສາມາດເຂົ້າເຖິງເຂດກາຊາ.