ທ່ານອາຊິຟ ອາລີ ຊາດາຣີ ສາບານຕົວຂຶ້ນຮັບຕຳແໜ່ງເປັນປະທານາທິບໍດີປາກິດສະຖານ

2024-03-11 14:30:41 cri

ຕອນບ່າຍວັນທີ 10 ມີນານີ້, ທ່ານອາຊິຟ ອາລີ ຊາດາຣີ ປະທານາທິບໍດີປາກີສະຖານຄົນໃໝ່ໄດ້ສາບານຕົວຂຶ້ນຮັບຕຳແໜ່ງປະທານາທິບໍດີປາກິດສະຖານຢູ່ທຳນຽບປະທານາທິບໍດີທີ່ຕັ້ງຢູ່ນະຄອນຫຼວງອິສລາມາບັດປະເທດປາກິດສະຖານ.

ວັນທີ 9 ມີນານີ້, ປາກິດສະຖານໄດ້ຈັດການເລືອກຕັ້ງປະທານາທິບໍດີ, ທ່ານອາຊິຟ ອາລີ ຊາດາຣີ ປະທານຮ່ວມພັກປະຊາຊົນປາກິດສະຖານໄດ້ຊະນະໃນການເລືອກຕັ້ງປະທານາທິບໍດີ, ນີ້ແມ່ນທ່ານໄດ້ຮັບເລືອກຕັ້ງເປັນປະທານາທິບໍດີປາກິດສະຖານສະໄໝທີສອງ.