ກຸ່ມປະກອບອາວຸດຮູທິໄດ້ໂຈມຕີກຳປັ່ນຮົບອາເມຣິກາຢູ່ເຂດນ້ຳໃກ້ກັບທະເລແດງ

2024-03-11 17:03:17 cri

ວັນທີ 9 ມີນານີ້, ທ່ານຢາຢາ ຊາຣີ ໂຄສົກກຸ່ມປະກອບອາວຸດຮູທິເຢເມນໄດ້ຖະແຫຼງວ່າ: ກຸ່ມປະກອບອາວຸດຮູທິໄດ້ຍິງລູກສອນໄຟນຳວິຖີຫຼາຍລູກໃສ່ກຳປັ່ນຂົນສົ່ງສິນຄ້າລຳໜຶ່ງທີ່ເດີນເຮືອຢູ່ອ່າວອາເດນ. ຖະແຫຼງການລະບຸວ່າ: ກຳປັ່ນຂົນສົ່ງສິນຄ້າລຳນີ້ແມ່ນກຳປັ່ນຂອງອາເມຣິກາ. ກຸ່ມປະກອບອາວຸດຮູທິໄດ້ໃຊ້ຍົນບໍ່ມີຄົນຂັບ 37 ລຳໂຈມຕີກຳປັ່ນຮົບອາເມຣິກາຫຼາຍລຳທີ່ເດີນເຮືອຢູ່ທະເລແດງແລະອ່າວອາເດນ.

ນັບແຕ່ວັນທີ 12 ມັງກອນປີນີ້ເປັນຕົ້ນມາ, ອາເມຣິກາແລະອັງກິດໄດ້ໂຈມຕີທາງອາກາດຕໍ່ເປົ້າໝາຍຂອງກຸ່ມປະກອບອາວຸດຮູທິ, ເຮັດໃຫ້ມີຫຼາຍຄົນເສຍຊີວິດແລະບາດເຈັບ. ປະເທດຈຳນວນໜຶ່ງໄດ້ກ່າວປະນາມການເຄື່ອນໄຫວຂອງອາເມຣິກາແລະອັງກິດ, ເຫັນວ່ານີ້ແມ່ນການລ່ວງລ້ຳອະທິປະໄຕຂອງເຢເມນ, ຈະເຮັດໃຫ້ສະຖານະການຂອງພາກພື້ນເຄັ່ງຕຶງຂຶ້ນ.