ເວທີເປິກສາຫາລືຄັງປັນຍາຈີນ-ອາຟຣິກາຫາລືກ່ຽວກັບການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ

2024-03-11 11:11:40 cri

      ວັນທີ 8 ມີນານີ້, ກອງປະຊຸມເວທີເປິກສາຫາລືຄັງປັນຍາຈີນ-ອາຟຣິກາຄັ້ງທີ 13 ໄດ້ຈັດຂຶ້ນຢູ່ນະຄອນດາເຣສຊາລາມທີ່ເປັນເມືອງທ່າກຳປັ່ນຂອງຕັງຊານີ. ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນປະຈຳຕັງຊານີ,ທູຕານຸທູດກໍຄືເຈົ້າໜ້າທີ່ລັດຖະບານ,ນັກວິຊາການຄັງປັນຍາ,ນັກວິສາຫະກິດແລະທ່ານອື່ນໆທີ່ມາຈາກຈີນແລະອາຟຣິກາທັງໝົດ 50 ປະເທດ,ແລະມີ 300 ກວ່າທ່ານໄດ້ເຂົ້າຮ່ວມກອງປະຊຸມດ້ວຍວິທີຜ່ານທາງອອນລາຍແລະອັອຟລາຍ.

ຫົວຂໍ້ຕົ້ນຕໍຂອງກອງປະຊຸມໃນຄັ້ງນີ້ແມ່ນ “ການຈັດຕັ້ງປະຕິບັດຕົວຈິງຈີນ-ອາຟຣິກາໃນການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ”,ຕົ້ນຕໍໄດ້ຄົ້ນຄວ້າເປິກສາຫາລືກ່ຽວກັບກົນໄກການຮ່ວມມື,ມາດຕະການທາງດ້ານຍຸດທະສາດແລະການເຄື່ອນໄຫວຕົວຈິງລະຫວ່າງຈີນ-ອາຟຣິກາໃນຂົງເຂດການຫັນເປັນອຸດສາຫະກຳ,ການຫັນເປັນທັນສະໄໝດ້ານກະສິກຳແລະການອົບຮົມບົ່ມສ້າງບຸກຄະລາກອນ. ກອງປະຊຸມຄັ້ງນີ້ຍັງໄດ້ເຜີຍແຜ່ “ຄວາມຮັບຮູ້ທີ່ເປັນເອກະພາບກັນລະຫວ່າງຄັງປັນຍາຈີນແລະອາຟຣິກາກ່ຽວກັບການລົງເລິກການຮ່ວມມືເພື່ອການພັດທະນາໃນທົ່ວໂລກ”,ກໍຄື “ຂໍ້ລິເລີ່ມກ່ຽວກັບການສ້າງເຄືອຂ່າຍການຮ່ວມມືລະຫວ່າງຄັງປັນຍາຂອງຈີນແລະອາຟຣິກາ”ສະບັບພາສາຈີນ,ພາສາອັງກິດແລະພາສາຝຣັ່ງ,ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືລະຫວ່າງຄັງປັນຍາຂອງຈີນແລະອາຟຣິກາ,ສ້າງເຄືອຂ່າຍການຮ່ວມມື,ຊຸກຍູ້ຄວາມເຂົ້າໃຈກັນແລະການພັດທະນາຮ່ວມກັນລະຫວ່າງສອງຝ່າຍ.