ປະຊາຊົນຍີ່ປຸ່ນຈັດການຊຸມນຸມປະທ້ວງລັດຖະບານປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ

2024-03-12 14:34:28 cri

ຕອນຄ່ຳວັນທີ 11 ມີນານີ້, ປະຊາຊົນຍີ່ປຸ່ນຮ້ອຍກວ່າຄົນໄດ້ມາເຕົ້າໂຮມກັນຢູ່ໜ້າຕຶກອາຄານຂອງສຳນັກງານໃຫຍ່ບໍລິສັດໄຟຟ້າໂຕກຽວ, ຮຽກຮ້ອງໃຫ້ລັດຖະບານຍີ່ປຸ່ນແກ້ໄຂອຸປະຕິເຫດນິວເຄລຍທີ່ເກີດຂຶ້ນຢູ່ເກາະຟູຄູຊິມະຢ່າງເໝາະສົມ, ແລະຍຸດຕິການປ່ອຍນ້ຳປົນເປື້ອນລັງສີນິວເຄລຍຂອງໂຮງໄຟຟ້ານິວເຄລຍທີໜຶ່ງຂອງເກາະຟູຄູຊິມະລົງສູ່ທະເລໃນທັນທີ.