ຊີຣີຕົກຢູ່ໃນສະພາບວິກິດການມະນຸດສະທຳທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດ

2024-03-12 10:53:27 cri

      ວັນທີ 11 ມີນານີ້, ຄະນະກຳມະການອິດສະຫຼະສືບສວນບັນຫາຊີຣີສາກົນຂອງສະພາສິດທິມະນຸດອົງການສະຫະປະຊາຊາດໄດ້ເຜີຍແຜ່ບົດລາຍງານຢູ່ນະຄອນເຊີແນວປະເທດສະວິດວ່າ: ເນື່ອງຈາກສະຖານະການທີ່ເຄັ່ງຕຶງທີ່ກອງທະຫານຂອງອາເມຣິກາປະຈຳຢູ່ຊີຣີແລະກຳລັງການທະຫານຕ່າງປະເທດອື່ນໆກໍ່ຂຶ້ນຢູ່ຊີຣີແມ່ນນັບມື້ນັບຮ້າຍແຮງຂຶ້ນຕື່ມ, ຊີຣີພວມຕົກຢູ່ໃນສະພາບວິກິດການມະນຸດສະທຳທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດ.


      ບົດລາຍງານຊີ້ໃຫ້ເຫັນວ່າ: ປັດຈຸບັນ, ຢູ່ຊີຣີມີປະຊາຊົນ 16,7 ລ້ານຄົນຕ້ອງການຄວາມຊ່ວຍເຫຼືອດ້ານມະນຸດສະທຳ. ການຂາດເຂີນທຶນຊ່ວຍເຫຼືອຢ່າງໜັກໜ່ວງເຮັດໃຫ້ອົງການສະຫະປະຊາຊາດຈຳເປັນຕ້ອງຍຸດຕິການຊ່ວຍເຫຼືອດ້ານສະບຽງອາຫານເປັນປະຈຳຕໍ່ຊີຣີເປັນການຊົ່ວຄາວ,ແລະມີປະຊາຊົນຫຼາຍລ້ານຄົນຕົກຢູ່ໃນສະພາບຄວາມອຶດຫິວ. ທ່ານ ປາວໂລ ປີເນໂຣ ປະທານຄະນະກຳມະການສືບສວນດັ່ງກ່າວໃຫ້ຮູ້ວ່າ: ປັດຈຸບັນ, ຊີວິດການເປັນຢູ່ຂອງປະຊາຊົນຫຼາຍກວ່າ 90%  ຢູ່ຊີຣີພວມຢູ່ໃນສະພາບຄວາມທຸກຍາກ.