ກະຊວງການຕ່າງປະເທດອາເມຣິກາອະນຸມັດຂາຍລູກສອນໄຟນຳວິຖີ 1.700 ກວ່າລູກໃຫ້ແກ່ໂປໂລຍ

2024-03-13 12:39:23 cri


ວັນທີ 12 ມີນານີ້, ກົມຮ່ວມມືຄວາມໝັ້ນຄົງປ້ອງກັນປະເທດຂອງກະຊວງປ້ອງກັນປະເທດອາເມຣິກາເປີດເຜີຍໃຫ້ຮູ້ວ່າ: ກະຊວງການຕ່າງປະເທດອາເມຣິກາໄດ້ອະນຸມັດຂາຍລູກສອນໄຟນຳວິຖີ 1.700 ກວ່າລູກໃຫ້ແກ່ໂປໂລຍ. ຕາມຂ່າວແຈ້ງວ່າ, ແຜນການດັ່ງກ່າວຍັງລວມທັງອຸປະກອນເພີ່ມເຕີມທີ່ກ່ຽວຂ້ອງ ແລະ ການສະໜັບສະໜູນດ້ານພະລາທິການ.