ສະພາເອີຣົບຮັບຮອງຮ່າງກົດໝາຍວ່າດ້ວຍປັນຍາປະດິດ

2024-03-14 11:25:48 CRI

 

   ວັນທີ 13 ມີນານີ້, ສະພາເອີຣົບໄດ້ປ່ອນບັດຮັບຮອງຮ່າງກົດໝາຍວ່າດ້ວຍປັນຍາປະດິດຢ່າງເປັນທາງການ ເພື່ອກໍານົດການນໍາໃຊ້ປັນຍາປະດິດໃຫ້ເປັນລະບຽບແບບແຜນຢ່າງເຄັ່ງຄັດ.


   ຕາມຂ່າວແຈ້ງໃຫ້ຮູ້ວ່າ: ໃນກອງປະຊຸມຄົບຄະນະຂອງສະພາເອີຣົບທີ່ຈັດຂຶ້ນຢູ່ນະຄອນສຕຣາເບີກ ປະເທດຝຣັ່ງໃນມື້ດຽວກັນ, ໄດ້ມີສະມາຊິກສະພາເອີຣົບທັງໝົດ 523 ຄົນລົງຄະແນນສຽງເຫັນດີ, 46 ຄົນລົງຄະແນນສຽງບໍ່ເຫັນດີ ແລະ 49 ຄົນງົດອອກສຽງ. ປະເທດສະມາຊິກສະຫະພາບເອີຣົບຈະອະນຸມັດຮ່າງກົດໝາຍດັ່ງກ່າວຢ່າງເປັນທາງການໃນເດືອນພຶດສະພາປີ 2024, ຄາດວ່າຮ່າງກົດໝາຍດັ່ງກ່າວຈະມີຜົນບັງຄັບໃຊ້ໃນຕົ້ນປີ 2025 ແລະ ເລີ່ມຈັດຕັ້ງປະຕິບັດໃນປີ 2026, ໃນນັ້ນມີບາງມາດຕາຈະມີຜົນບັງຄັບໃຊ້ໄວກວ່າກໍານົດ.


   ຄະນະກຳມາທິການສະຫະພາບເອີຣົບໄດ້ສະເໜີຮ່າງກົດໝາຍວ່າດ້ວຍປັນຍາປະດິດເມື່ອເດືອນເມສາປີ 2021 ແລະ ໄດ້ບັນລຸສັນຍາເບື້ອງຕົ້ນກ່ຽວກັບການນໍາໃຊ້ການຈໍາແນກ ແລະ ຕິດຕາມທາງຊີວະພາບຂອງລັດຖະບານກໍຄືບັນຫາເຮັດແນວໃດເພື່ອຕິດຕາມຄຸ້ມຄອງປັນຍາປະດິດຕ່າງໆເຊັ່ນ ChatGPT ເປັນຕົ້ນ.