ຍົນໂດຍສານຂອງບໍລິສັດໂບອີງເກີດອຸບັດຕິເຫດເລື້ອຍໆ

2024-03-14 17:16:12 cri

      ປະຕູສຸກເສີນທີ່ຕິດຕັ້ງໃນຫ້ອງໂດຍສານຕົກໃນເວລາບິນຢູ່ເທິງທ້ອງຟ້າ,ເຄື່ອງຈັກຍົນເກີດໄຟໄໝ້ ແລະຢາງຕີນຍົນຕົກໃນເວລາບິນຂຶ້ນທ້ອງຟ້າແລະບັນຫາອື່ນໆ. ຫວ່າງມໍ່ໆມານີ້, ບໍລິສັດໂບອີງຂອງອາເມຣິກາໄດ້ຕົກຢູ່ໃນສະພາບຄວາມຫຍຸ້ງຍາກດ້ານຄວາມປອດໄພການບິນ.

      ສື່ມວນຊົນອາເມຣິກາລາຍງານໃນວັນທີ 11 ມີນານີ້ວ່າ, ພາຍຫຼັງອົງການການບິນອາເມຣິກາໄດ້ດຳເນີນການສຳຫຼວດກວດກາຕໍ່ການຜະລິດຍົນໂດຍສານລຸ້ນໂບອີງ 737MAX ແລ້ວໄດ້ພົບເຫັນຫຼາຍບັນຫາ. ເນື້ອໃນທີ່ໄດ້ຮັບການສຳຫຼວດກວດກາ 89 ຂໍ້ນັ້ນ, ມີ 33 ຂໍ້ບໍ່ໄດ້ຜ່ານການສຳຫຼວດກວດກາ, ມີບັນຫາບໍ່ໜ້ອຍຖືກສະຫຼຸດວ່າແມ່ນບໍ່ໄດ້ປະຕິບັດຕາມຂັ້ນຕອນການຜະລິດ,ລະບຽບການຫຼືຄູ່ມືການແນະນຳຕາມກຳນົດໄວ້, ອີກສ່ວນໜຶ່ງແມ່ນເປັນບັນຫາດ້ານການບັນທຶກການຄວບຄຸມຄຸນນະພາບ; ເນື້ອໃນ 13 ຂໍ້ທີ່ໄດ້ຮັບການສຳຫຼວດກວດກາຂອງບໍລິສັດ(Spirit Aero Systems)ທີ່ເປັນບໍລິສັດສະໜອງໂຕລຳຍົນໂດຍສານໂບອີງ, ພົບວ່າ 7 ຂໍ້ມີບັນຫາ,ໃນນັ້ນລວມທັງການສຳຫຼວດກວດກາທີ່ກ່ຽວຂ້ອງຕໍ່ປະຕູສຸກເສີນຂອງຍົນ.