ລັດຖະມົນຕີການຕ່າງປະເທດຈີນຈະຢ້ຽມຢາມນູແວນເຊລັງ, ອົດສະຕຣາລີ

2024-03-15 14:49:40 cri


ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດຈີນເມື່ອວັນທີ 14 ມີນານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນເປີດເຜີຍໃຫ້ຮູ້ວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານວິນສະເຕີນ ປີເຕີສ ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີການຕ່າງປະເທດນູແວນເຊລັງ ແລະ ທ່ານເປນນີນອງ ລັດຖະມົນຕີກະຊວງການຕ່າງປະເທດອົດສະຣາລີ, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນຈະຢ້ຽມຢາມນູແວນເຊລັງ ແລະ ອົດສະຕຣາລີຢ່າງເປັນທາງການລະຫວ່າງວັນທີ 17 ຫາ 21 ມີນານີ້, ໃນໄລຍະຢ້ຽມຢາມອົດສະຕຣາລີ, ທ່ານຫວາງຢີ້ຈະຮ່ວມກັບທ່ານເປນນີວອງຈັດກອງປະຊຸມສົນທະນາວຽກງານການຕ່າງປະເທດ ແລະ ຍຸດທະສາດຈີນ-ອົດສະຕຣາລີຮອບທີ 7.