ຈຸດຢາຍເຄື່ອງຊ່ວຍເຫຼືອແຫ່ງໜຶ່ງຢູ່ເມືອງກາຊາຖືກຫຼອນໂຈມຕີ ເຮັດໃຫ້ 100 ກວ່າຄົນເສຍຊີວິດແລະບາດເຈັບ

2024-03-15 11:31:49 cri

      ໃນຕອນຂ້ອນແຈ້ງຂອງວັນທີ 15 ມີນານີ້, ພາກສ່ວນສາທາລະນະສຸກຂອງເຂດກາຊາຂອງປາແລັດສະຕິນໄດ້ອອກຖະແຫຼງການວ່າ: ໃນຕອນຄ່ຳວັນທີ 14 ມີນານີ້, ຈຸດຢາຍເຄື່ອງຊ່ວຍເຫຼືອແຫ່ງໜຶ່ງຢູ່ເມືອງກາຊາທາງພາກເໜືອເຂດກາຊາໄດ້ຖືກຫຼອນໂຈມຕີຈາກກອງທັບອິດສະຣາແອນ,ເຮັດໃຫ້ 100 ກວ່າຄົນເສຍຊີວິດແລະບາດເຈັບ.

     ຖະແຫຼງການລະບຸວ່າ: ປັດຈຸບັນ,ໂຮງໝໍຊີຟາຢູ່ເມືອງກາຊາໄດ້ຮັບເອົາຜູ້ເສຍຊີວິດຢ່າງໜ້ອຍ 14 ຄົນແລະຜູ້ໄດ້ຮັບບາດເຈັບ 150 ຄົນ,ຜູ້ໄດ້ຮັບບາດເຈັບຈຳນວນຫຼວງຫຼາຍມີອາການບາດເຈັບສາຫັດແລະຈຳນວນຜູ້ເສຍຊີວິດອາດຈະເພີ່ມຂຶ້ນ. ປັດຈຸບັນ, ວຽກງານກອບກູ້ແລະຊ່ວຍເຫຼືອຍັງພວມສືບຕໍ່ດຳເນີນຢູ່. ຜູ້ໃຫ້ຂ່າວຂອງເຂດກາຊາໃຫ້ຮູ້ວ່າ: ໃນເຫດການນັ້ນ, ຍົນເຮລີກົບແຕຂອງອິດສະຣາແອນໄດ້ຍິງໃສ່ກຸ່ມຄົນທີ່ກຳລັງລໍຖ້າຮັບເອົາເຄື່ອງຊ່ວຍເຫຼືອ,ແລະໃນຈຳນວນຜູ້ເສຍຊີວິດນັ້ນລວມມີທັງເດັກນ້ອຍນຳອີກ.