ເກີດໄພແຜ່ນດິນໄຫວລະດັບ 5,8 ລິກເຕີຢູ່ເຂດທະເລໃກ້ກັບເມືອງຟູຄູຊີມະປະເທດຍີ່ປຸ່ນ

2024-03-15 18:45:22 cri

      ເວລາ 23 ໂມງ 14 ນາທີຂອງວັນທີ 14 ມີນານີ້, ຢູ່ເຂດທະເລໃກ້ກັບແຄມຝັ່ງຕາເວັນອອກເກາະຮອນຊູໃນຍີ່ປຸ່ນໄດ້ເກີດໄພແຜ່ນດິນໄຫວລະດັບ 5,8 ລິກເຕີ,ຈຸດສູນກາງແຜ່ນດິນໄຫວເລິກລົງໄປໃຕ້ດິນ 50 ກິໂລແມັດ.

      ຕາມສຳນັກຂ່າວສານກີໂອໂດຂອງຍີ່ປຸ່ນລາຍງານວ່າ: ໄພແຜ່ນດິນໄຫວທີ່ເກີດຂຶ້ນຢູ່ພາກຕາເວັນອອກສຽງເໜືອຂອງຍີ່ປຸ່ນໃນຕອນຂ້ອນແຈ້ງວັນທີ 15 ມີນານີ້ບໍ່ມີຄວາມສ່ຽງທີ່ພາໃຫ້ເກີດຄື້ນຊຶນະມິ. ຈຸດສູນກາງແຜ່ນດິນໄຫວຄັ້ງນີ້ຕັ້ງຢູ່ເຂດນອກຝັ່ງທະເລແຂວງຟູຄູຊີມະ,ເລິກລົງໄປໃຕ້ດິນປະມານ 50 ກິໂລແມັດ.

      ສື່ມວນຊົນຍີ່ປຸ່ນລາຍງານວ່າ: ອີງຕາມແຫຼ່ງຂ່າວຈາກອົງການຕິດຕາມຄຸ້ມຄອງພະລັງງານນິວເຄລຍຂອງຍີ່ປຸ່ນ, ໂຮງໄຟຟ້ານິວເຄລຍເລກທີ 1 ແລະເລກທີ 2 ຢູ່ເກາະຟູຄູຊີມະບໍ່ໄດ້ພົບເຫັນສະພາບການທີ່ຜິດປົກກະຕິອັນໃໝ່ຫຍັງເທື່ອ. ຍ້ອນໄດ້ຮັບຜົນກະທົບຈາກໄພແຜ່ນດິນໄຫວ, ໂຮງໄຟຟ້ານິວເຄລຍຟູຄູຊີມະເລກທີ 1 ຂອງບໍລິສັດພະລັງງານໄຟຟ້າໂຕກຽວຂອງຍີ່ປຸ່ນໄດ້ຍຸດຕິການລະບາຍນ້ຳປົນເປື້ອນລັງສີນີວເຄລຍລົງສູ່ທະເລເປັນການຊົ່ວຄາວ.