ເລີ່ມປ່ອນບັດເລືອກຕັ້ງປະທານາທິບໍດີຣັດເຊຍຢ່າງເປັນທາງການ

2024-03-15 10:39:45 CRI

 

   ຄຽງຄູ່ກັບການປ່ອນບັດເລືອກຕັ້ງປະທານາທິບໍດີຣັດເຊຍປີ 2024 ໄດ້ເປີດຮັບການປ່ອນບັດໃນເວລາ 8 ໂມງວັນທີ 15 ມີນານີ້, ການປ່ອນບັດເລືອກຕັ້ງປະທານາທິບໍດີຣັດເຊຍປີ 2024 ແມ່ນໄດ້ເລີ່ມຂຶ້ນຢ່າງເປັນທາງການ.


   ອີງຕາມຂໍ້ມູນທີ່ຄະນະກໍາມະການເລືອກຕັ້ງສູນກາງຣັດເຊຍແຈ້ງໃຫ້ຮູ້ວ່າ: ມີພົນລະເມືອງຣັດເຊຍປະມານ 110.000.000 ຄົນມີສິດປ່ອນບັດເລືອກຕັ້ງ, ໃນນັ້ນມີຫຼາຍກວ່າ 1.800.000 ຄົນແມ່ນໄດ້ດໍາລົງຊີວິດຢູ່ຕ່າງປະເທດໃນໄລຍະຍາວ. ຣັດເຊຍໄດ້ສ້າງຕັ້ງຈຸດປ່ອນບັດ 90.000 ກວ່າຈຸດສໍາລັບການເລືອກຕັ້ງເທື່ອນີ້ ເຊິ່ງຈຸດປ່ອນບັດເຫຼົ່ານີ້ຈະເປີດຮັບການປ່ອນບັດແຕ່ເວລາ 8 ໂມງເຖິງ 20 ໂມງລະຫວ່າງວັນທີ 15-17 ມີນານີ້. ການເລືອກຕັ້ງເທື່ອນີ້ໄດ້ຈັດໃຫ້ມີການປ່ອນບັດເອເລັກໂຕຣນິກໄລຍະໄກເປັນເທື່ອທໍາອິດ, ປະຊາຊົນຜູ້ມີສິດປ່ອນບັດເລືອກຕັ້ງຈາກ 20 ກວ່າເຂດແຄວ້ນສາມາດຍື່ນໃບຮ້ອງຂໍການປ່ອນບັດເລືອກຕັ້ງໄລຍະໄກໃນລະຫວ່າງວັນທີ 29 ມັງກອນເຖິງວັນທີ 11 ມີນານີ້.


   ອີງຕາມກົດລະບຽບການເລືອກຕັ້ງປະທານາທິບໍດີຣັດເຊຍ, ຜູ້ສະໝັກຮັບ ເລືອກຕັ້ງທີ່ໄດ້ຮັບບັດເລືອກຕັ້ງຫຼາຍກວ່າ 50% ຈະໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີຣັດເຊຍ. ຄະນະກໍາມະການເລືອກຕັ້ງສູນກາງຣັດເຊຍຈະຢືນຢັນຜົນການເລືອກຕັ້ງປະທານາທິບໍດີເທື່ອນີ້ບໍ່ຊ້າກວ່າວັນທີ 28 ມີນານີ້ ແລະ ຈະປະກາດຜົນການເລືອກຕັ້ງພາຍໃນ 3 ວັນຫຼັງຈາກໄດ້ຢືນຢັນຜົນດັ່ງກ່າວ.