ຜູ້ນຳ 3 ປະເທດເຢຍລະມັນ-ຝຣັ່ງ-ໂປໂລຍພົບປະກັນ ແລະ ເປິກສາຫາລືກ່ຽວກັບການສືບຕໍ່ໃຫ້ຄວາມຊ່ວຍເຫຼືອແກ່ອູແກຣນ

2024-03-16 14:55:28 cri

 

    ວັນທີ 15 ມີນານີ້, ທ່ານໂອລາຟ ໂຊນສ ນາຍົກລັດຖະມົນຕີເຢຍລະມັນໄດ້ພົບປະເຈລະຈາ 3 ຝ່າຍກັບທ່ານ ເອມມານູແອນ ມາຄຣົງ ປະທານາທິບໍດີຝຣັ່ງ ແລະ ທ່ານໂດນານ ຕູສຄ໌ ນາຍົກລັດຖະມົນຕີໂປໂລຍທີ່ເດີນທາງໄປຢ້ຽມຢາມເຢຍລະມັນຢູ່ນະຄອນຫຼວງແບັກແລັງ.

    ຢູ່ກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນພາຍຫຼັງການພົບປະເຈລະຈາ, ຜູ້ນຳ 3 ປະເທດໄດ້ເປັນເອກະພາບກັນກ່າວວ່າ: ຈະສືບຕໍ່ເດັດດ່ຽວໜຽວແໜ້ນອຳນວຍຄວາມຊ່ວຍເຫຼືອແກ່ອູແກຣນ ພ້ອມທັງເພີ່ມທະວີການປະສານງານ ແລະ ການຮ່ວມມືລະຫວ່າງບັນດາປະເທດ. ຜູ້ນຳ 3 ປະເທດເຫັນດີເປັນເອກະພາບກັນວ່າ: ອາວຸດຍຸດໂທປະກອນທີ່ຈະອຳນວຍໃຫ້ອູແກຣນໃນຕໍ່ໜ້ານີ້ຈະຈັດຊື້ຢູ່ຕະຫຼາດສາກົນ, ບັນດາປະເທດຄວນຍົກສູງຄວາມສາມາດດ້ານການຜະລິດອາວຸດຍຸດໂທປະກອນຂອງຕົນ. ພ້ອມດຽວກັນນັ້ນ, 3 ປະເທດຈະບໍ່ປະຕິບັດມາດຕະການທີ່ເຮັດໃຫ້ການປະທະກັນຢູ່ອູແກຣນຮຸນແຮງຂຶ້ນ.    ເຢຍລະມັນຍັງໄດ້ສະເໜີວ່າ: ຄວນສ້າງຕັ້ງພັນທະມິດສາກົນເພື່ອອຳນວຍອາວຸດໂຈມຕີທາງໄກໃຫ້ແກ່ອູແກຣນ.