ຈີນຕອບໂຕ້ເລື່ອງອາເມຣິກາກົດດັນTikTok

2024-03-16 14:57:33 cri

 

    ວັນທີ 15 ມີນານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ, ໂດຍໄດ້ສະແດງຄວາມເຫັນຕໍ່ຄຳເວົ້າກ່ຽວກັບຈີນຂອງທ່ານ ນີໂກລາສ ເບີນສ໌ ເອກອັກຄະລັດຖະທູດອາເມຣິກາປະຈຳຈີນ.

    ທ່ານວ່າງເວີນປິ່ນກ່າວວ່າ: ຂໍພຽງແຕ່ປະຕິບັດຕາມກົດໝາຍ ແລະ ກົດລະບຽບຂອງຈີນ, ພວກເຮົາຍິນດີຕ້ອນຮັບການບໍລິການຂອງແອັບຕ່າງໆເຂົ້າສູ່ຕະຫຼາດຈີນຢ່າງສະເໝີຕົ້ນສະເໝີປາຍ, ຂໍ້ກຳນົດນີ້ແມ່ນປະຕິບັດຕໍ່ວິສາຫະກິດຕ່າງປະເທດທັງໝົດຢ່າງສະເໝີພາບ, ບໍ່ມີການຈຳແນກ.

    ທ່ານວ່າງເວີນປິ່ນຊີ້ໃຫ້ເຫັນວ່າ: TikTok ໄດ້ລົງທະບຽນຕາມກົດໝາຍຂອງອາເມຣິກາ, ການດຳເນີນທຸລະກິດແມ່ນຊອບດ້ວຍກົດໝາຍ ແລະ ກົດລະບຽບ, ຮັບເອົາການຕິດຕາມຄຸ້ມຄອງຂອງອາເມຣິກາ, ແຕ່ອາເມຣິກາບໍ່ພຽງແຕ່ຈະປະຕິບັດຂໍ້ຫ້າມເທົ່ານັ້ນ, ຈົນເຖິງບັງຄັບບໍລິສັດເຈົ້າຂອງ TikTok ໂອນສິດຄວບຄຸມ TikTok ໃຫ້ອາເມຣິກາ. ປະເທດທີ່ເວົ້າວ່າຕົນເອງມີຄວາມເສລີພາບດ້ານປາກເວົ້າ, ໂອ້ອວດຕົນເອງມີເສດຖະກິດຕະຫຼາດແບບເສລີ, ຊ້ຳພັດນຳໃຊ້ກຳລັງແຫ່ງຊາດມາກົດດັນວິສາຫະກິດໃດໜຶ່ງ, ນີ້ແມ່ນເລື່ອງທີ່ໜ້າສຽດສີ.