ອີຕາລີ:ນາໂຕບໍ່ຄວນສົ່ງກອງທະຫານເຂົ້າໄປອູແກຣນ

2024-03-16 15:31:45 CRI

    ວັນທີ 15 ມີນານີ້, ທ່ານອັນໂຕນີໂອ ຕາຢານີ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດອີຕາລີກ່າວຕໍ່ສື່ມວນຊົນວ່າ: ນາໂຕບໍ່ຄວນສົ່ງກອງທະຫານເຂົ້າໄປອູແກຣນ. ຖ້າເຂົ້າອູແກຣນ ແລະ ກໍ່ສົງຄາມກັບຣັດເຊຍ ຈະມີຄວາມສ່ຽງທີ່ເກີດສົງຄາມໂລກຄັ້ງທີ 3.



    ທ່ານອັນໂຕນີໂອ ຕາຢານີກ່າວຕື່ມວ່າ: ອີຕາລີຈະບໍ່ສົ່ງກອງທະຫານໄປອູແກຣນ. ການກໍ່ສົງຄາມເປັນຄວາມຜິດ, ອີຕາລີຈະບໍ່ເຮັດແນວນີ້.