ລະບົບການປ່ອນບັດເລືອກຕັ້ງປະທານາທິບໍດີຣັດເຊຍຖືກການໂຈມຕີທາງອິນເຕີເນັດຢ່າງຫຼວງຫຼາຍ

2024-03-17 11:49:27 CRI

 

   ທ່ານນາງ ເອລາ ປາມຟິໂລວາ ປະທານຄະນະກໍາມະການເລືອກຕັ້ງສູນກາງຣັດເຊຍໄດ້ຢືນຢັນເມື່ອວັນທີ 16 ມີນານີ້ວ່າ: ນັບແຕ່ເລີ່ມການປ່ອນບັດເລືອກຕັ້ງປະທານາທິບໍດີຣັດເຊຍເປັນຕົ້ນມາ, ລະບົບ ແລະ ເວທີທີ່ກ່ຽວຂ້ອງຂອງຣັດເຊຍກໍ່ໄດ້ຖືກການໂຈມຕີທາງອິນເຕີເນັດຢ່າງຫຼວງຫຼາຍ.


   ທ່ານນາງ ປາມຟິໂລວາ ກ່າວວ່າ: ນັບແຕ່ເລີ່ມການປ່ອນບັດເປັນຕົ້ນມາ, ຣັດເຊຍໄດ້ສະກັດກັ້ນການໂຈມຕີແບບ “ປະຕິເສດການໃຫ້ບໍລິການແບບກະຈາຍອອກໄປ” ຫຼື DDoS ທີ່ແນໃສ່ລະບົບປ່ອນບັດເອເລັກໂຕຣນິກໄລຍະໄກ ກໍຄື ເວທີທີ່ກ່ຽວຂ້ອງຂອງຣັດເຊຍເກືອບ 160.000 ເທື່ອ. ນອກນີ້, ຣັດເຊຍຍັງໄດ້ກວດພົບການໂຈມຕີທາງອິນເຕີເນັດທີ່ແນໃສ່ເວັບໄຊຂອງຄະນະກໍາມະການເລືອກຕັ້ງສູນກາງຣັດເຊຍໃນຈໍານວນ 18.000 ເທື່ອ, ໃນນັ້ນການໂຈມຕີທີ່ມີຄວາມອັນຕະລາຍສູງ 141 ເທື່ອການໂຈມຕີທີ່ມີຄວາມອັນຕະລາຍປານກາງ 2.712 ເທື່ອ ແລະ ການໂຈມຕີທີ່ມີຄວາມອັນຕະລາຍຕໍ່າຫຼາຍກວ່າ 15.000 ເທື່ອ.