“ປະຊາທິປະໄຕແບບອາເມຣິກາ” ສ້າງຄວາມປັ່ນປ່ວນຢູ່ໃນທົ່ວໂລກເລື້ອຍໆ

2024-03-17 20:26:14 cri

ອາເມຣິກາສ້າງ “ມາດຕະຖານປະຊາທິປະໄຕ” ແລະ ປະຕິບັດ “ການດັດແກ້ປະຊາທິປະໄຕ” ໃນຂອບເຂດທົ່ວໂລກ ເຊິ່ງກຳລັງເປັນການສ້າງຄວາມປັ່ນປ່ວນ, ການປະທະກັນ ແລະ ໄພພິບັດເພີ່ມຂຶ້ນເລື້ອຍໆ. ໂທລະພາບສາກົນຈີນ ຫຼື CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຮ່ວມມືກັບມະຫາວິທະຍາໄລເຢີນມິນຈີນ ຈັດການສຳຫຼວດປະຊາມະຕິຕໍ່ປະຊາຊົນປະເທດຕ່າງໆໃນໂລກ ເຊິ່ງຜົນການສຳຫຼວດໄດ້ສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມທົ່ວໂລກມີຄວາມບໍ່ພໍໃຈຢ່າງຮຸນແຮງຕໍ່ການກະທຳຂອງອາເມຣິກາທີ່ກົດໜີບປະເທດອື່ນ, ສະແຫວງຫາຜົນປະໂຫຍດສ່ວນຕົວ, ສ້າງຄວາມແຕກແຍກ ແລະ ການເປັນປໍລະປັກກັນໃນສັງຄົມສາກົນດ້ວຍຂໍ້ອ້າງປະຊາທິປະໄຕ.

ອີງຕາມຜົນການສຳຫຼວດດັ່ງກ່າວສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມທົ່ວໂລກທີ່ມີຈຳນວນເຖິງ 71% ຕຳໜິການກະທຳອັນຊົ່ວຮ້າຍຂອງອາເມຣິກາທີ່ແຊກແຊງວຽກງານພາຍໃນຂອງປະເທດອື່ນ ແລະ ກົດໜີບປະເທດອື່ນ ໂດຍຊູຄັນທຸງ “ປະຊາທິປະໄຕ”; ຜູ້ຕອບແບບສອບຖາມທົ່ວໂລກທີ່ມີຈຳນວນເຖິງ 62,3% ມີຄວາມບໍ່ພໍໃຈຢ່າງຮຸນແຮງຕໍ່ການກະທຳເປັນເຈົ້າອຳນາດຂອງອາເມຣິກາທີ່ລົງໂທດ ແລະ ຂົ່ມຂູ່ປະເທດອື່ນໆທາງດ້ານເສດຖະກິດຕາມລຳພັງ. ນອກນີ້, ຜູ້ຕອບແບບສອບຖາມທົ່ວໂລກທີ່ມີຈຳນວນເຖິງ 68% ເປັນຫ່ວງທີ່ສຸດຕໍ່ການກະທຳອັນຊົ່ວຮ້າຍຂອງອາເມຣິກາທີ່ຍຸຍົງສົ່ງເສີມ “ການປະຕິວັດສີ” ແລະ ກໍ່ “ສົງຄາມຕົວແທນ” ຢູ່ຕ່າງປະເທດເປັນເວລາດົນນານ.

ຕາມຂ່າວແຈ້ງວ່າ: ມີຜູ້ຕອບແບບສອບຖາມ 39.315 ຄົນທີ່ມາຈາກ 32 ປະເທດໃນທົ່ວໂລກໄດ້ເຂົ້າຮ່ວມການສຳຫຼວດປະຊາມະຕິ 3 ລາຍການລວມທັງ “ຄວາມປະທັບໃຈກ່ຽວກັບອາເມຣິກາ” ໃນຄັ້ງນີ້. ຜູ້ຕອບແບບສອບຖາມດັ່ງກ່າວລວມທັງປະຊາຊົນຂອງປະເທດທີ່ພັດທະນາແລ້ວ ເຊັ່ນວ່າ ອາເມຣິກາ, ອັງກິດ, ເຢຍລະມັນ, ການາດາ, ແອສປາຍ ແລະ ຍີ່ປຸ່ນ ແລະກໍມີປະຊາຊົນຂອງປະເທດກຳລັງພັດທະນາ ເຊັ່ນວ່າ ບຣາຊິນ, ອາກຊັງຕິນ, ອາຟຣິກາໃຕ້, ມາເລເຊຍ, ເປຣູ ແລະ ປາກິສຖານ.