ຊອກດານີແລະເຢຍລະມັນເຕືອນອິດສະຣາແອນວ່າການໂຈມຕີນະຄອນລາຟາຈະເຮັດໃຫ້ວິກິດການດ້ານມະນຸດສະທຳຮຸນແຮງຂຶ້ນກວ່າເກົ່າ

2024-03-18 14:03:27 CRI

 

ຕາມການລາຍງານຂ່າວຂອງຂ່າວສານຊອກດານີວັນທີ 17 ມີນານີ້ໃຫ້ຮູ້ວ່າ: ສົມເດັດອັບດຸນລາ II ບິນ ຮຸດແຊນ ເຈົ້າຊີວິດຊອກດານີໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານໂອລາຟ ໂຊນສ ນາຍົກລັດຖະມົນຕີເຢຍລະມັນທີ່ເດີນທາງໄປຢ້ຽມຢາມຊອກດານີຢູ່ນະຄອນອາກາບາຂອງຊອກດານີ, ສອງຝ່າຍໄດ້ເຕືອນອິດສະຣາແອນວ່າການດຳເນີນການໂຈມຕີນະຄອນລາຟາທາງພາກໃຕ້ຂອງເຂດກາຊາຈະເຮັດໃຫ້ວິກິດການດ້ານມະນຸດສະທຳຢູ່ເຂດກາຊາຮຸນແຮງຂຶ້ນກວ່າເກົ່າ.

 

ສົມເດັດອັບດຸນລາ II ບິນ ຮຸດແຊນຮຽກຮ້ອງໃຫ້ປະຊາຄົມໂລກນຳໃຊ້ການກະທຳຕົວຈິງໂດຍໄວ, ບັນລຸການຢຸດຍິງຢ່າງຖາວອນຢູ່ເຂດກາຊາໃນທັນທີ, ສົມເດັດອັບດຸນລາ II ບິນ ຮຸດແຊນກ່າວວ່າ, ຊອກດານີຄັດຄ້ານຕໍ່ເຈຕະນາທັງໝົດທີ່ບັງຄັບໃຫ້ຊາວປາແລັດສະຕິນຍົກຍ້າຍຈາກຝັ່ງຕາເວັນຕົກແມ່ນໍ້າຈໍແດນແລະເຂດກາຊາ, ປະຕິເສດຕໍ່ເຈຕະນາທັງໝົດທີ່ແບ່ງແຍກຝັ່ງຕາເວັນຕົກແມ່ນ້ຳຈໍແດນແລະເຂດກາຊາ.