ທະຫານອິດສະຣາແອນຖິ້ມລະເບີດໃສ່ພາກກາງແລະພາກໃຕ້ເຂດກາຊາ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 21 ຄົນ

2024-03-18 16:44:42 cri

ວັນທີ 17 ມີນານີ້, ຂ່າວສານປາແລັດສະຕິນລາຍງານວ່າ, ທະຫານອິດສະຣາແອນໄດ້ຖິ້ມລະເບີດຢ່າງຫຼວງຫຼາຍໃສ່ຫຼາຍແຫ່ງທາງພາກກາງແລະພາກໃຕ້ເຂດກາຊາ. ໃນມື້ດຽວກັນ, ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 21 ຄົນ.


ຂ່າວແຈ້ງໃຫ້ຮູ້ວ່າ, ຕອນຂ້ອນແຈ້ງວັນທີ 17 ມີນານີ້, ທະຫານອິດສະຣາແອນໄດ້ຫຼອນໂຈມຕີທາງອາກາດເຂົ້າໃສ່ເຮືອນພັກຫຼັງໜຶ່ງຢູ່ເມືອງເດວ ອັນບາລາ(Deir al-Balah) ທາງພາກກາງເຂດກາຊາ, ເຮັດໃຫ້ມີຜູ້ເສຍຊີວິດໜ້ອຍ 12 ຄົນ, ຫຼາຍສິບຄົນໄດ້ຮັບບາດເຈັບ. ມື້ດຽວກັນ, ຄ້າຍຜູ້ອົບພະຍົບນູເຊລາຍດ໌ແລະຄ້າຍຜູ້ອົບພະຍົບເບຣຈ ທາງພາກກາງເຂດກາຊາຖືກທະຫານອິດສະຣາແອນໂຈມຕີດ້ວຍການຖິ້ມລະເບີດຢ່າງຫຼວງຫຼາຍ, ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 4 ຄົນ. ມື້ດຽວກັນ, ທະຫານອິດສະຣາແອນສືບຕໍ່ຖິ້ມລູກລະເບີດໃສ່ຫຼາຍບ່ອນຂອງເມືອງຄານຢູນິສ (Khan Younis) ທາງພາກໃຕ້ເຂດກາຊາ, ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 5 ຄົນ.