WHO: ປະຊາຊົນຊີຣີທີ່ຕ້ອງການຄວາມຊ່ວຍເຫຼືອດ້ານມະນຸດສະທໍາ ໃນປັດຈຸບັນມີຫຼາຍກວ່າເວລາໃດໝົດ

2024-03-18 16:43:55 cri

ວັນທີ 16 ມີນານີ້, ອົງການອະນາໄມໂລກ ຫຼື WHO ໄດ້ອອກຖະແຫຼງການໂດຍລະບຸວ່າ: ປັດຈຸບັນ, ຈຳນວນປະຊາຊົນຊີຣີທີ່ຕ້ອງການຄວາມຊ່ວຍເຫຼືອດ້ານມະນຸດສະທຳມີເຖິງ 16,7 ລ້ານຄົນ, ຫຼາຍກວ່າເວລາໃດໝົດນັບຕັ້ງແຕ່ສົງຄາມກາງເມືອງເກີດຂຶ້ນຢູ່ຊີຣີໃນປີ 2011 ເປັນຕົ້ນມາ.


ອີງຕາມສະຖິຕິຂອງ WHO ສະແດງໃຫ້ເຫັນວ່າ: ປັດຈຸບັນ, ຢູ່ທົ່ວປະເທດຊີຣີມີໂຮງຫມໍພຽງແຕ່ 65% ແລະສະຖານທີ່ປິ່ນປົວສຸຂະພາບຂັ້ນຕົ້ນ 62% ເທົ່ານັ້ນທີ່ສາມາດເຄື່ອນໄຫວໄດ້ຢ່າງຮອບດ້ານ. ສົງຄາມໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ສຸຂະພາບທາງຈິດໃຈຂອງປະຊາຊົນ, ອັດຕາເກີດພະຍາດຊຶມເສົ້າແລະພະຍາດອື່ນໆໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ. ການລົງໂທດໄດ້ເຮັດໃຫ້ວິກິດການ ເສດຖະກິດຂອງຊີຣີຮ້າຍແຮງຂຶ້ນຕື່ມອີກ, ເຮັດໃຫ້ທົ່ວປະເທດມີປະຊາກອນຜູ້ທຸກຍາກກວມເຖິງ 90%, ພາໃຫ້ເຂົາເຈົ້າຍາກທີ່ຈະຈ່າຍຄ່າປິ່ນປົວແລະຄ່າບໍລິການພື້ນຖານອື່ນໆໄດ້.