ທ່ານວະລາດີເມຍ ປູຕິນໄດ້ຮັບເລືອກຕັ້ງເປັນປະທານາທິບໍດີຣັດເຊຍ ທ່ານກ່າວວ່າຈະສືບຕໍ່ຊຸກຍູ້ການພັດທະນາປະເທດຊາດ

2024-03-18 14:01:44 CRI

 

ອີງຕາມຕົວເລກທີ່ຄະນະກຳມະການການເລືອກຕັ້ງສູນກາງຣັດເຊຍເປີດເຜີຍໃນຕອນຮຸ່ງເຊົ້າຂອງວັນທີ 18 ມີນານີ້ໃຫ້ຮູ້ວ່າ: ໃນການນັບບັດເລືອກຕັ້ງປະທານາທິບໍດີຣັດເຊຍທີ່ສຳເລັດໄປແລ້ວ 85% ປາກົດວ່າ: ທ່ານວະລາດີເມຍ ປູຕິນ ປະທານາທິບໍດີຄົນປັດຈຸບັນມີຄະແນນນຳໜ້າຜູ້ສະໝັກຮັບເລືອກຕັ້ງທ່ານອື່ນໆຢ່າງຫຼວງຫຼາຍດ້ວຍອັດຕາໄດ້ຮັບບັດເລືອກຕັ້ງ 87,19% , ຖືວ່າໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີຄັ້ງນີ້.

 

ການປ່ອນບັດເລືອກຕັ້ງປະທານາທິບໍດີຣັດເຊຍຊຸດທີ 8 ໄດ້ຈັດຂຶ້ນຢ່າງເປັນທາງການລະຫວ່າງວັນທີ 15 ຫາ 17 ມີນານີ້. ອີງຕາມກົດລະບຽບວ່າດ້ວຍການເລືອກຕັ້ງປະທານາທິບໍດີຣັດເຊຍ, ຜູ້ສະໝັກຮັບເລືອກຕັ້ງທີ່ໄດ້ຮັບຄະແນນສຽງຫຼາຍກວ່າ 50% ຈະໄດ້ຮັບເລືອກຕັ້ງເປັນປະທານາທິບໍດີ. ຄະນະກຳມະການການເລືອກຕັ້ງສູນກາງຣັດເຊຍຈະຢືນຢັນຕໍ່ຜົນການເລືອກຕັ້ງປະທານາທິບໍດີຄັ້ງນີ້ກ່ອນວັນທີ 28 ມີນານີ້ແລະຈະປະກາດຜົນການເລືອກຕັ້ງຫຼັງຈາກໄດ້ຮັບການຢືນຢັນເປັນເວລາ 3 ວັນ.