EU ຈະໃຫ້ການຊ່ວຍເຫຼືອທາງການທະຫານມູນຄ່າ 5 ຕື້ເອີໂຣແກ່ອູແກຣນ

2024-03-19 17:07:03 cri

ວັນທີ 18 ມີນານີ້, ລັດຖະມົນຕີການຕ່າງປະເທດຂອງປະເທດສະມາຊິກສະຫະພາບເອີຣົບ ຫຼື EU ໄດ້ລົງນາມຢ່າງເປັນທາງການໃນສັນຍາກ່ຽວກັບການສະໜອງການຊ່ວຍເຫຼືອທາງການທະຫານມູນຄ່າ 5 ຕື້ເອີໂຣໃຫ້ແກ່ອູແກຣນ.


ການຊ່ວຍເຫຼືອມູນຄ່າ 5 ຕື້ເອີໂຣໃນຮອບນີ້ຈະບໍ່ຊ່ວຍເຫຼືອດ້ານເງິນສົດ, ຕາມສັນຍາ, ປະເທດສະມາຊິກສາມາດຈະໃຫ້ການຊ່ວຍເຫຼືອດ້ານອາວຸດ.