ປະເທດກາຕາ: ການເຈລະຈາຢຸດຍິງຢູ່ເຂດກາຊາຍັງບໍ່ທັນໃກ້ບັນລຸການເຊັນສັນຍາເທື່ອ

2024-03-20 15:15:10 cri

ວັນທີ 19 ມີນານີ້, ທ່ານເມຈີດ ອັນສາຣີ ໂຄສົກກະຊວງການຕ່າງປະເທດກາຕາກ່າວວ່າ: ປັດຈຸບັນນີ້, ການເຈລະຈາຢຸດຍິງຢູ່ເຂດກາຊາຍັງບໍ່ທັນໃກ້ບັນລຸການເຊັນສັນຍາເທື່ອ, ຝ່າຍກາຕາມີ “ທ່າທີສຸຂຸມຮອບຄອບໃນແງ່ມູມທີ່ດີ” ຕໍ່ການເຈລະຈາ.

 

ວັນທີ 18 ມີນານີ້, ຄະນະຜູ້ແທນອິດສະຣາແອນໄດ້ເດີນທາງໄປຮອດກາຕາ ແລະຈັດການເຈລະຈາກັບເຈົ້າໜ້າທີ່ກາຕາ ແລະເອຢິບ. ເນື່ອງຈາກຕົວແທນຂອງຮາມັສ ແລະອິດສະຣາແອນປະຕິເສດການເຈລະຈາແບບເຊິ່ງໜ້າ, ໂດຍມອບໃຫ້ເອຢິບ ແລະກາຕາເປັນສື່ກາງ.