ເຫດການກໍ່ການຮາຍທີ່ເກີດຂຶ້ນຢູ່ໂຮງດົນຕີຊານເມືອງມົສກູເຮັດໃຫ້ເສຍຊີວິດຫຼາຍກວ່າ 60 ຄົນ

2024-03-23 15:26:58 cri

ວັນທີ 22 ມີນານີ້, ໂຮງດົນຕີ “ເມືອງໂຄຣຄູສ” ທີ່ຢູ່ຊານເມືອງນະຄອນຫຼວງມົສກູຂອງຣັດເຊຍ ໄດ້ເກີດເຫດການໃຊ້ອາວຸດປືນກໍ່ຄວາມຮຸນແຮງໃນມື້ດຽວກັນ. ເຈົ້າໜ້າທີ່ກະຊວງການຕ່າງປະເທດຣັດເຊຍກ່າວໃນມື້ດຽວກັນວ່າ: ເຫດການດັ່ງກ່າວເປັນເຫດການຫຼອນໂຈມຕີແບບກໍ່ການຮ້າຍ.

ເຈົ້າໜ້າທີ່ຄະນະກຳມະການສືບສວນສອບສວນສະຫະພັນຣັດເຊຍກ່າວວ່າ: ເຫດການດັ່ງກ່າວໄດ້ເຮັດໃຫ້ມີຜູ້ເສຊີວິດຫຼາຍກວ່າ 60 ຄົນ, ຈຳນວນຜູ້ເສຍຊີວິດອາດຈະຍັງເພີ່ມຂຶ້ນອີກ.


ໂຮງດົນຕີດັ່ງກ່າວມີ 6.200 ບ່ອນນັ່ງ. ຕາມຂ່າວແຈ້ງວ່າ, ງານດົນຕີໃນຕອນຄ່ຳວັນທີ 22 ເຫຼືອປີ້ພຽງແຕ່ຫຼາຍສິບໃດບໍ່ໄດ້ຂາຍອອກ.